ຫວຽດນາມແລະອົດສະຕາລີເຮັດໃຫ້ເນື້ອແທ້ການພົວພັນຮ່ວມມືຮອບດ້ານເລິກເຊິ່ງກວ່າ

ຫວຽດນາມແລະອົດສະຕາລີເຮັດໃຫ້ເນື້ອແທ້ການພົວພັນຮ່ວມມືຮອບດ້ານເລິກເຊິ່ງກວ່າ - ảnh 1
​ທ່ານ​ເລືອງ​ແທງ​ງີ້, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ
  ປະ​ຈຳ​ອົດ​ສະ​ຕາ​ລີ
ພາບ:TTXVN

(vovworld)-​ເມື່ອ​ແລກ​ປ່ຽ​ນ​ກັບ​ນັກ​ຂ່າວ​ຂ່າວ​ສານ​ຫວ​ຽດ​ນາມ​ຢູ່ Sydney, ​ທ່ານ​ເລືອງ​ແທງ​ງີ້, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ  ປະ​ຈຳ​ອົດ​ສະ​ຕາ​ລີ ໄດ້​ຢືນ​ຢັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ຍັງ​ໃຫຍ່​ຫລວງ​ຢູ່ ແລະ ສອງຝ່າຍ​ຄວນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ແທ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​ເລິກ​ເຊິ່ງກວ່າ. ຕາມ​ທ່ານ ເລືອງ​ແທງງີ້ ແລ້ວ, ສອງ​ຝ່າຍ​ຄວນ​ຕິດ​ຕາມກວດ​ກາ​ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລ​ະ​ກິດ​ໃຫ​້​ແກ່​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ຢ່າງ​ສະ​ດວກ​ສະ​ບາຍກວ່າ ພ້ອມ​ທັງ​ຍົກ​ເລິກ​ຫລື​ຫລຸດ​ຜ່ອນ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ​ເພື່ອ​ໃຫ້​ສິນ​ຄ້າ​ສອງ​ປະ​ເທດ​ແຊກ​ຊື​ມ​ເຂົ້າ​ຕະ​ຫລາດ​ຂອງ​ກັນ​ໄດ້. ກ່ຽວ​ກັບ​ບັນ​ຫາ​ສິດ​ທິ​ມະ​ນຸດ, ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ຍັງ​ມີ​ຄວາ​ມ​ແຕກ​ຕ່າງ​ກັນ ແຕ່​ດ້ວຍ​ແຜນ​ນະ​ໂຍ​ບາຍ​ການ​ເຈ​ລະ​ຈາ​ຢ່າງ​ກົງ​ໄປ​ກົງ​ມາ, ສ້າງ​ສັນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ໃນ​ໄລ​ຍະ​ຜ່ານ​ມາ, ສອງ​ປະ​ເທດ ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫານີ້ 11 ຄັ້ງ, ປະ​ກອບ​ສ່ວນ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລືອງ​ແທງງີ້ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ນັກ​ການ​ເມືອງ, ນັກ​ຄົ້ນ​ຄ້​ວາ​ຂອງ​ອົດ​ສະ​ຕາ​ລີ ​ຈົ່ງມາ​ຫວຽດ​ນາມ ເພື່ອ​ເຫັນ​ປະ​ຈັກຕາ​ການ​ພັດ​ທະ​ນາ​ທຸກ​ດ້ານຂອງ​ຫວຽດ​ນາມ ແລະ ຊອກ​ຮູ້​ສະ​ພາບ​ສິດ​ທິ​ມະ​ນຸດ​ຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ