ຫວຽດນາມແລະອີຕາລີຊຸກຍູ້ການຮ່ວມມືດ້ານເສດຖະກິດ

ຫວຽດນາມແລະອີຕາລີຊຸກຍູ້ການຮ່ວມມືດ້ານເສດຖະກິດ - ảnh 1
ທ່ານ Carlo Calenda ແລະ ທ່ານ​ນາງໂຮ່​ທິ​ກີມ​ທວາ
ພ​າບ:xaluan.com

(vovworld)-  ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ອີ​ຕາ​ລີ ໄດ​້​ດຳ​ເນີນ​ໄປ​ໃນ​ວັນ​ທີ 16/10 ຢູ່ ນະ​ຄອນ​ຫລວງ Rome ພາຍ​ໃຕ້​ການ​ເປັນ​ປະ​ທານ​ຮ່ວມ​ຂອງ​ທ່ານ Carlo Calenda, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ ພັດ​ທະ​ນາ​ເສດ​ຖະ​ກິດ ອີ​ຕາ​ລີ ແລະ ທ່ານນາງ​ອຸດ​ສາ​ຫະ​ກຳ ການ​ຄ້າ ຫວຽດ​ນາມ ໂຮ່​ທິ​ກີມ​ທວາ. ສອງ​ຝ່າຍ​ໄດ້​ເປັນ​ເອກ​ະ​ພາບ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ສຸມ​ໃສ່​ເຂົ້າ​ໃນ​ບາງ​ຂົງ​ເຂດ​ຊື່ງ​ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ ແລະ ອີ​ຕາ​ລີ ມີ​ທ່າ​ແຮງ​ຄື: ພື້ນ​ຖານ​ໂຄງ​ລ່າງ, ພະ​ລັງ​ງານ​ຜະ​ລິ​ດ​ຄືນ​ໃຫມ່, ຂຸດ​ຄົ້ນ​ບໍ່​ແຮ່, ລ້ຽງ​ປູກ​ສິນ​ໃນ​ນ້ຳ, ອຸ​ດ​ສາ​ຫະ​ກ​ິດ​ຕຳ​່​ແຜ່ນ ແລະ ເກີບ​ຫນັງ…. ​ສິ້ນ​ສຸດກອງ​ປະ​ຊຸມ, ສອງ​ຝ່າຍ ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກກອງ​ປະ​ຊຸມ​ຄັ້ງ​ທີ 2 ພ້ອມ​ທັງ​ເປັນ​ເອ​ກະ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ຢູ່ ຫວຽດ​ນາມ ໃນ​ປີ 2016.

 

ຂ່າວ/ບົດ​ອື່ນ