ຫວຽດນາມແລະອິນໂດເນເຊຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
ທ່ານ ຮ່ວາງແອງຕ໋ວນ ແລະ ທ່ານ Ryamizard Ryacudu
(ພາບ: vietnam+)
(vovworld) – ວັນທີ 08/12, ທ່ານ ຮ່ວາງແອງຕ໋ວນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ເຂົ້າຢ້ຽມຂ່ຳນັບລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ອິນໂດເນເຊຍ ທ່ານ Ryamizard Ryacudu ຕາມພິທີການທູດ. ທີ່ການຕ້ອນຮັບ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ກໍຄືການພົວພັນ 2 ປະເທດ ຫວຽດນາມ - ອິນໂດເນເຊຍ. ທ່ານລັດຖະມົນຕີ Ryamizard Ryacudu ຫວັງວ່າ: ການພົວພັນ 2 ປະເທດເວົ້າລວມ ແລະ ການຮ່ວມມືປ້ອງກັນຊາດ 2 ປະເທດເວົ້າສະເພາະ ຈະມີບັນດາບາດກ້າວພັດທະນາໃໝ່ໃນອາຍຸການຂອງທ່ານ ເອກອັກຄະລັດຖະທູດ. ທ່ານ ລັດຖະມົນຕີ Ryamizard Ryacudu ເນັ້ນໜັກວ່າ: ຫວຽດນາມ ແລະ ອິນໂດເນເຊຍ ມີຜົນປະໂຫຍດຍຸດທະສາດສຳຄັນ ແລະ ຄວນມີການຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອສັນຕິພາບ, ສະຖຽນລະພາບຢູ່ເຂດທະເລຕາເວັນອອກ. ທ່ານລັດຖະມົນຕີ ອິນ Ryamizard Ryacudu ເນັ້ນໜັກວ່າ: ການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳ, ແມ່ນພາກສ່ວນໜຶ່ງ ທີ່ບໍ່ສາມາດຕັດແຍກອອກຈາກການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ອິນໂດເນເຊຍ ໄດ້ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ກັບ ຫວຽດນາມ ໃນໄລຍະຈະມາເຖິງກ່ວາອີກ. ທ່ານ ເອກອັກຄະລັດຖະທູດ ຮ່ວາງແອງ ຕ໋ວນ ຢືນຢັນວ່າ: ໃນສະພາບການພາກພື້ນ ແລະ ສາກົນພວມສັບສົນຄືປະຈຸບັນ, ເລື່ອງເພີ່ມທະວີການແລກປ່ຽນຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດ ມີບົດບາດສຳຄັນທີ່ສຸດສຳລັບການຮັກສາສັນຕິພາບ ແລະ ຄວາມສະຫງົບປອດໄພໃນພາກພື້ນ.