(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 14/10 ຢູ່ນະຄອນໂຮ່ຈີມິນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ສະຖາບັນຄົ້ນຄວ້າເຂົ້າສານສາກົນ ແລະ ກຸ່ມບໍລິສັດ Bayer ຫວຽດນາມ ສົມທົບກັນຈັດຕັ້ງ “ເວທີປາໄສອະນາຄົດເຂົ້າສານອາຊຽນ” ຄັ້ງທີ 2 ປີ 2015.
ທີ່ເວທີປາໄສ, ມີນັກວາງນະໂຍບາຍ ແລະ ນັກຊ່ຽວຊານກ່ຽວກັບເຂົ້າສານ 100 ກ່ວາຄົນທີ່ມາຈາກ 5 ປະເທດຂຶ້ນກັບພາກພື້ນ ອາຊຽນ, ພ້ອມກັນປຶກສາຫາລືກ່ຽວກັບບັນດາກາລະໂອກາດ, ຄວາມສາມາດບົ່ມຊ້ອນ ແລະ ສິ່ງທ້າທາຍຂອງຂະແໜງເຂົ້າສານໃນໄລຍະປະຈຸບັນ. ເວທີປາໄສ ສຸມໃສ່ບັນດາບັນຫາສຳຄັນຄື: ບົດບາດຂອງບັນດານະໂຍບາຍໃນການຊ່ວຍເຫຼືອຊາວກະສິກອນໜູນໃຊ້ເຕັກໂນໂລຢີທັນສະໄໝໃນການຜະລິດເຂົ້າສານ; ວິວັດການຫັນປ່ຽນເສດຖະກິດ ແລະ ປ່ຽນແປງຊັບພະຍາກອນມະນຸດໃນພື້ນຖານເສດຖະກິດເຂົ້າສານ ອາຊຽນ. ປະຈຸບັນພາກພື້ນ ອາຊຽນ ປະກອບ 25% ປະລິມານການຜະລິດເຂົ້າສານທົ່ວໂລກ. ໄທ ແລະ ຫວຽດນາມ ແມ່ນ 2 ປະເທດສົ່ງອອກເຂົ້າສານຕົ້ນຕໍຂອງພາກພື້ນ, ກວມເກືອບ 50% ປະລິມານການຜະລິດເຂົ້າສານສົ່ງອອກໃນທົ່ວໂລກ.