ຫວຽດນາມແລະໄທເພີ່ມທະວີການພົວພັນຮ່ວມມືດ້ານຕຸລາການ

ຫວຽດນາມແລະໄທເພີ່ມທະວີການພົວພັນຮ່ວມມືດ້ານຕຸລາການ - ảnh 1
ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກບັນທຶກ​ຊ່ວຍ​ຈຳ​​ດ້ານ​ຕຸ​ລາ​ການ
ລະ​ຫວ່າງ​ໄທ ແລະ ຫວຽດ​ນາມ
ພາບ:cpv.org.vn


(vovworld) – ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫວຽດນາມ ຮ່າ​ຮຸ່ງ​ເກື​່ອງ, ວັນ​ທີ 23/3, ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄທ ​ໄພບູນ ຄຸ້ມ​ຈາ​ຢາ ນຳ​ໜ້າ​ຄະນະ​ພະນັກງານ​ຂັ້ນ​ສູງ ກະຊວງຍຸຕິ​ທຳ ​ໄທ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ຕອນ​ເຊົ້າ​ວັນ​ທີ 23/3, ຢູ່​ຮ່າ​ໂນ້ຍ, ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳທັງ 2 ທ່ານ ​​ໄດ້​ເຈລະຈາ, ​ແຈ້ງໃຫ້​ກັນ​ຊາບກ່ຽວ​ກັບ​ສະພາບ​ການ​ປະຕິ​ຮູບກົດ​ໝາຍ ​ແລະ ຕຸລາການ ​ແລະ ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ວຽກງານ​ສ້າງ ​ແລະ ປະຕິບັດ​ກົດ​ໝາຍ​ຢູ່​ແຕ່ລະ​ປະ​ເທດ. ພາຍຫຼັງ​​ການ​ເຈລະຈາ, ທ່ານ​ລັດຖະມົນຕີ ຮ່າ​ຮຸ່ງ​ເກື່ອງ ​ແລະ ທ່ານ​ລັດ​ຖະມົນຕີ ໄພບູນ ຄຸ້ມ​ຈາ​ຢາ ​ໄດ້​ລົງ​ນາມ​​ໃນບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ດ້ານ​ກົດໝາຍ ​ແລະ ຕຸລາການ​ລະຫວ່າງ 2 ກະຊວງ, ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ກໍ່​ພ້ອມ​ກັນ​ຮ່ວມ​ມື​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການ​ປະຕິ​ຮູບກົດໝາຍ, ປະ​ຕິຮູບ​ຕຸລາການ; ສ້າງ​ກົດໝາຍ​ກ່ຽວ​ກັບ​ການ​ປະຕິບັດ​ຄຳ​ຕັດສິນ​ລົງ​ໂທດ​ດຳ​ເນີນ​ຄະດີ​ແພ່ງ​ໃຫ້​ສົມບູນ​ແບບ; ສົມທົບ​ກັນ​ໃນ​ບັນດາ​​ເຄື່ອນ​ໄຫວຮ່ວມ​ມື​ກ່ຽວກັບ​ກົດໝາຍ ​ແລະ ຕຸລາການ​ຢູ່ລະດັບ   ​ພາກ​ພື້ນ ​ແລະ ສາກົນ ​ເຊິ່ງ 2 ຝ່າຍ​ກໍ່​ມີ​ຄວາມ​ສົມ​ໃຈ.

 

ຂ່າວ/ບົດ​ອື່ນ