ຫົວໜ້າຄະນະສະຫະປະຊາຊາດ ກ່ຽວກັບ ຊີຣີກ່າວຜູກໂທດ 2 ຝ່າຍປະທະກັນ

ຫົວໜ້າຄະນະສະຫະປະຊາຊາດ ກ່ຽວກັບ ຊີຣີກ່າວຜູກໂທດ 2 ຝ່າຍປະທະກັນ - ảnh 1
ທ່ານ ນາຍພົນ Babacar Gaye
(ພາບ: Getty Images)

(vovworld) – ວັນ​ທີ 18/8, ຫົວໜ້າ​ຄະນະ​ຕິດຕາມ​ກວດກາ​ຂອງ ສະຫະ​ປະຊາ​ຊາດ ຢູ່ ຊີຣີ (ຫຼື UNSMIS), ນາຍ​ພົນ Babacar Gaye ​ໄດ​້ກ່າວ​ຜູກ​ໂທດ​ລັດຖະບານ ຊີຣີ ​ແລະ ກຳລັງ​ລຸກ​ຮື​້ຂຶ້ນຢູ່​ປະ​ເທດ​ນີ້​ບໍ່ປົກ​ປ້ອງ​ສາມັນ​ຊົນ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່ Damascua, ທ່ານ Gaye ຢັ້ງຢືນ​ວ່າ: “ທັງ 2 ຝ່າຍ​ລ້ວນ​ແຕ່​ມີພັນທະ​ທີ່​ໄດ້​ກຳນົດ​ໃນ​ກົດໝາຍ​ມະນຸດສະທຳ​ຂອງ​ສາກົນ ​ແມ່​ນຮັບປະກັນ​​ໃຫ້ສາມັນ​ຊົນ ​ໄດ້​ຮັບ​ການ​ປົກ​ປ້ອງ. ​​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ພັນທະ​ນັ້ນ​ບໍ່​ໄດ້​ຮັບ​ຄວາມ​ເຄົາລົບ”. ທ່ານ ກໍ​ສະ​ແດງ​ຄວາມ​ເສຍ​ຫວັງ ຍ້ອນ​ຄະນະ​ຕິດຕາມ​ກວດກາ​ຂອງ ສະຫະ​ປະຊາ​ຊາດ ບໍ່​ບັນລຸ​ໄດ້​ຄາດໝາຍ​ຕົ້ນຕໍ ​ແມ່ນ ຢຸດຕິ​ການ​ປະ​ທະ​ກັນ​ຢູ່ ຊີຣີ. ​ແຕ່ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ຍັງ​ໃຫ້​ຮູ້​ວ່າ: ສະຫະ​ປະຊາ​ຊາດ ຍັງ​ຄົງ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ສັນຕິພາບ​ຢູ່ ຊີຣີ ຜ່ານ​ການ​ຊຸກຍູ້​ການ​ໂອ້​ລົມ​ສົນທະນາ.

ຂ່າວ/ບົດ​ອື່ນ