ຫົວໜ້າເສນາທິການທະຫານປະສົມ ສ. ຝຣັ່ງ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ພົນເອກ ຟູ່ງກວາງແທນ ໃຫ້ການຕ້ອນຮັບ ພົນເຮືອເອກ Edouard Guillaud
(ພາບ: qdnd.vn)
(vovworld) - ໂດຍໄດ້ຮັບຄຳເຊື້ອເຊີນຂອງພົນໂທ ໂດ໊ບ໋າຕິ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານພົນເຮືອເອກ Edouard Guillaud, ຫົວໜ້າເສນາທິການທະຫານປະສົມ ສ.ຝຣັ່ງ ໄດ້ມາຢ້ຽມຢາມມິດຕະພາບຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 21 – 23/2. ພາຍຫຼັງພິທີຕ້ອນຮັບເມື່ອຕອນບ່າຍວັນທີ 21/2, ທ່ານພົນໂທ ໂດ໊ບ໋າຕິ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບ, ແລກປ່ຽນກັບ ພົນເຮືອເອກ Edouard Guillaud ແລະ ຄະນະ. ທີ່ການຕ້ອນຮັບ, 2 ຝ່າຍໄດ້ເຫັນດີເປັນເອກະສັນບາງເນື້ອໃນ, ມາດຕະການຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ແລກປ່ຽນຄະນະທະຫານ, ການຮ່ວມມືບຳລຸງສ້າງ, ອຸດສາຫະກຳປ້ອງກັນປະເທດ ແລະ ເຄື່ອງອຸປະກອນ, ສືບຕໍ່ຜັນຂະຫຍາຍບັນດາວາລະປະຊຸມປະຈຳຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືປ້ອງກັນປະເທດຫວຽດນາມ - ຝຣັ່ງ ແລະ ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຝຣັ່ງ (1973 – 2013) ຢ່າງມີປະສິດທິຜົນ.
ແລະກໍໃນວັນດຽວກັນ, ທ່ານພົນເຮືອເອກ Edouard Guillaud ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນເອກ ຟູ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.