ທ່ານປະທານປະເທດ ເຈືອງເຕີ໋ນຊາງ
ຕ້ອນຮັບ ທ່ານ ພົງສະຫວັດ ບຸບຜາ
(ພາບ: nguyenkhang/TTXVN)
(vovworld) ຕອນເຊົ້າວັນທີ 5/8, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ໄດ້ໃຫ້ການຕ້ອນຮັບ ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ລາວ ທ່ານ ພົງສະຫວັດ ບຸບຜາ ພ້ອມຄະນະຜູ້ແທນຫ້ອງວ່າການປະທານປະເທດ ລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຊົມເຊີຍ ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຫ້ອງວ່າການປະທານປະເທດ ສປປ ລາວ, ຜ່ານນັ້ນນັບມື້ນັບຮັດແໜ້ນການພົວພັນລະຫວ່າງ 2 ຫ້ອງວ່າການປະທານປະເທດ ຫວຽດນາມ ແລະ ສປປ ລາວ ກ່ວາອີກ. ປະກອບສ່ວນເຂົ້າໃນການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ. ເມື່ອຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ 2 ຫ້ອງວ່າການປະທານປະເທດໃນໄລຍະຜ່ານມາ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຖືວ່າ: 2 ປະເທດພວມກະກຽມກ້າວເຂົ້າສູ່ໄລຍະພັດທະນາໃໝ່ຂອງ 5 ປີຕໍ່ໜ້າ, ໃນນັ້ນ ປີ 2016, ທັງ 2 ພັກລ້ວນຈັດຕັ້ງກອງປະຊຸມໃຫຍ່ພັກທົ່ວປະເທດ. ດັ່ງນັ້ນຈຶ່ງມີຫລາຍວຽກງານຕ້ອງໄດ້ຮັບການຜັນຂະຫຍາຍ ແລະ ຮ່ວມມື. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ສະເໜີວ່າ, ພ້ອມກັບການຍູ້ແຮງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງເພີ່ມທະວີການຮ່ວມມືລະຫວ່າງຫ້ອງວ່າການປະທານປະເທດ 2 ປະເທດກວ່າອີກ, ເພື່ອຍົກສູງຄຸນນະພາບການເຄື່ອນໄຫວ. ທ່ານຍັງເນັ້ນໜັກວ່າ, ທ້າຍປີ 2015 ຈະສ້າງຕັ້ງປະຊາຄົນ ອາຊຽນ ແລະ ປີ 2016 ລາວ ຈະເປັນປະທານ ອາຊຽນ, ທ່ານປະທານປະເທດ ຢືນຢັນວ່າ: ຫວຽດນາມ ຈະຊ່ວຍເຫຼືອ ລາວ ຮັບດຳລົງຕຳແໜ່ງເປັນ ປະທານ ອາຊຽນ ສຳເລັດຜົນ.