ຫ້ອງວ່າການສະພາແຫ່ງຊາດແລະຫ້ອງວ່າການລັດຖະບານຮັບເອົາຄຳເຫັນຜູ້ມິດສິດເລືອກຕັ້ງ

ຫ້ອງວ່າການສະພາແຫ່ງຊາດແລະຫ້ອງວ່າການລັດຖະບານຮັບເອົາຄຳເຫັນຜູ້ມິດສິດເລືອກຕັ້ງ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
(ພາບ: dinhnam)

(vovworld)- ໃນ​ວັນ​ທີ 9 ມີ​ນາ, ທ່ານ ຫງວຽນ​ຊິງ​ຮຸ່ງ ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ມີ​ສິ​ດ​ເລືອກ​ຕັ້ງ ເພື່ອ​ຮັບ​ເອົາ ຄຳ​ເຫັນ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ​ ​ສຳ​ລັບ​ຜູ້​ອອກ​ສະ​ໝັກ​ເລືອກ​ຕັ້ງ​​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ 14 ທີ​່​ຫ້ອງ​ວ່າ​ການ​ສະ​ພາ​ແຫ່ງ​ຊາດ​. ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ ຮັບ​ເອົາຄຳ​ເຫັນ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ​ ​ສຳ​ລັບ​ຜູ້​ອອກ​ສະ​ໝັກ​ເລືອກ​ຕັ້ງ ​ເປັນ​ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ​ຊຸດ​ທີ 14 ກຸ່ມ​ຫ້ອງ​ວ່າການ​ສະ​ພາ​ແຫ່ງ​ຊາດ  ເປັນ​ໂອ​ກາດ ​ເພື່ອ​​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງ ປຽບ​ທຽບ​ກັບ​ມາດ​ຕະ​ຖານ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ​ເພື່ອໃຫ້​ຂໍ້​ສັງ​ເກດ, ສະ​ແດງຄວາມ​ໄວ້​ວາງ​ໃຈ​ຂອງ​ຕົນ ​ທີ່​ມີ​ຕໍ່​ຜູ້​ສະ​​ໝັກ​ເລືອກ​ຕັ້ງ​​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 14. ກອງ​ປະ​ຊຸມ​ເປັນ​ເອ​ກະ​ພາບ​ສູງ​ ສຳ​ລັບ​ລາຍ​ຊື່​ຜູ້​​ສະ​ມັກ 77 ທ່ານ ​ທີ່​ຖືກ​ສະ​ເໜີ​ຄັ້ງ​ນີ້.

        ໃນ​ວັນ​ດຽວ​ກັນ, ຫ້ອງວ່າ​ການ​ລັດ​ຖະ​ບານ​  ໄດ້​ດຳ​ເນີນກ​ອງ​ປະ​ຊຸມ ຜູ້​ມີ​ສິດ​ເລືອກ​ຕັ້ງ​ ເພື່ອ​ພິ​ຈາ​ລະ​ນາ, ​ສະ​ເໜີ​ສະ​ມາ​ຊິກ​ຜູ້​ສະ​ໝັກ​ເລືອກ​ຕັ້ງເປັນ​ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ​ຊຸດ​ທີ 14. ໃນ​ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ຕີ​ລາ​ຄາ​ວ່າ​ບັນ​ດາ​​ຜູ້​ສະ​ໝັກ​​ເລືອກ​ຕັ້ງ ຂອງ​ຫ້ອງວ່າ​ການ​ລັດ​ຖະ​ບານ ລ້ວນ​ແຕ່​ບັນລຸ​ມາດຕະ​ຖານ ​ຜູ​້​ສະ​ມັກ​ເລືອກ​ຕັ້ງ ​ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ​ຊຸດ​ທີ 14. ຜູ້​ມີ​ສິ​ດ​ເລືອກ​ຕັ້ງ​ທຸກໆ​ຄົນ ໄດ້ລົງ​ມະ​ຕິ ​ຮັບ​ຮອງ​ເອົາ ລາຍ​ຊື່ບັນ​ດາຜູ້​ສ​ະ​ໝັກ​ເລືອກ​ຕັ້ງ ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລວມ​ມີ 3 ທ່ານ​ຄື: ທ່ານ ຫງວຽນ​ຊວນ​ຟຸກ ຮອງ​ນາ​ຍົກ​ລັດຖະ​ມົນ​ຕີ, ທ່ານ ຟາມ​ປິ່ງ​ມີງ ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ, ທ່ານ ຫງວຽນ​ຄັກ​ດີງ ຮອງຫົວ​ໜ້າຫ້ອງວ່າ​ການ​ລັດ​ຖະ​ບານ.


ຂ່າວ/ບົດ​ອື່ນ