ຫາງສຽງສາກົນຕໍ່ເລື່ອງ ອິດສະຣາແອັນ ບຸກໂຈມຕີໃສ່ໂຮງຮຽນຢູ່ເຂດ ກາຊາ ກໍຄວາມລົ້ມຫາຍຕາຍຈາກເປັນຈຳນວນຫຼາຍ

(VOVWORLD) - ຕາມຫ້ອງການສິດທິມະນຸດສະຫະປະຊາຊາດ ແລ້ວ, ໃນຈຳນວນຜູ້ເສຍຊີວິດ ມີເດັກນ້ອຍ 11 ຄົນ ແລະ ແມ່ຍິງ 6 ຄົນ. ປະຊາຄົມສາກົນໄດ້ອອກສຽງກ່າວປະນາມເຫດການດັ່ງກ່າວ.
ຫາງສຽງສາກົນຕໍ່ເລື່ອງ ອິດສະຣາແອັນ ບຸກໂຈມຕີໃສ່ໂຮງຮຽນຢູ່ເຂດ ກາຊາ ກໍຄວາມລົ້ມຫາຍຕາຍຈາກເປັນຈຳນວນຫຼາຍ - ảnh 1ມີກວ່າ 100 ຄົນເສຍຊີວິດ ແລະ ນັບສີບຄົນຖືກບາດເຈັບສາຫັດ ໃນການບຸກໂຈມຕີ
(ພາບ: Reuters)

ຮຸ່ງເຊົ້າວັນທີ 10 ສິງຫາ (ຕາມເວລາທ້ອງຖິ່ນ), ມີຊາວ ປາແລັດສະຕິນ ກວ່າ 100 ຄົນເສຍຊີວິດ ແລະ ນັບສີບຄົນຖືກບາດເຈັບສາຫັດ ໃນການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃສ່ໂຮງຮຽນ Al-Ta ba'een ຢູ່ເຂດ ກາຊາ, ເຊິ່ງປະຈຸບັນພວມແມ່ນບ່ອນລົບໜີຂອງຜູ້ຕ້ອງຍົບພະຍົບ. ຕາມຫ້ອງການສິດທິມະນຸດສະຫະປະຊາຊາດ ແລ້ວ, ໃນຈຳນວນຜູ້ເສຍຊີວິດ ມີເດັກນ້ອຍ 11 ຄົນ ແລະ ແມ່ຍິງ 6 ຄົນ. ປະຊາຄົມສາກົນໄດ້ອອກສຽງກ່າວປະນາມເຫດການດັ່ງກ່າວ.

ມີລູກສອນໄຟ 3 ລູກຂອງ ອິດສະຣາແອັນ ໄດ້ຍິງຖືກໂຮງຮຽນ Al-Ta ba'een ຢູ່ເຂດ ກາຊາ ໃນຈຸດເວລາບັນດາຜູ້ຍົບພະຍົບພວມພາວະນາ, ເຮັດໃຫ້ເກີດມີຜູ້ເສຍຊີວິດ ແລະ ຖືກບາດເຈັບເປັນຈຳນວນຫຼາຍ. ຝ່າຍ ອິດສະຣາແອັນ ໄດ້ກ່າວປະນາມສູນບັນຊາ ແລະ ຄວບຄຸມຂອງ ຮາມາດ ທີ່ໄດ້ຕັ້ງໃນໂຮງຮຽນ Al-Ta ba'een ແລະ ນອນຢູ່ຂ້າງໂບດອິດສະລາມ ຢູ່ Daraj Tuffah, ສະຖານທີ່ໄດ້ນຳໃຊ້ເປັນບ່ອນຫຼົບລີ້ໃຫ້ແກ່ ປຊຊ ຂອງນະຄອນ ກາຊາ. ສະນັ້ນ, ນີ້ແມ່ນເປົ້າໝາຍບຸກໂຈມຕີຂອງກອງທັບ ອິດສະຣາແອັນ.

ໃນທັນທີ, ປະຊາຄົມສາກົນໄດ້ກ່າວປະນາມເຫດການ. ກະຊວງການຕ່າງປະເທດ ອີຢິບ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນມີປະຕິກິລິຍາເປັນເອກະພາບ ແລະ ມີປະສິດທິຜົນເພື່ອປົກປ້ອງປະຊາຊົນ ປາແລັດສະຕິນ, ພ້ອມທັງຢຸດຕິເລື່ອງເລັ່ງໃສ່ເປົ້າໝາຍແມ່ນສາມັນຊົນທີ່ບໍ່ມີຄວາມສາມາດປ້ອງກັນຕົວໄດ້.

ອາເມລິກາ, ພັນທະມິດໃກ້ຊິດຂອງ ອິດສະຣາແອນ, ກໍ່ສະແດງ “ຄວາມວິຕົກກັງວົນຢ່າງເລິກເຊິ່ງ” ກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບໃນເຫດບຸກໂຈມຕີໂຮງຮຽນ. ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດທຳນຽບຂາວ ທ່ານ Sean Savett, ໄດ້ຢ້ຳຄືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ອາເມລິກາ ໃນການ ຮຽກຮ້ອງໃຫ້ ອິດສະຣາແອັນ ຕ້ອງປະຕິບັດບັນດາມາດຕະການເພື່ອຫຼຸດຜ່ອນຄວາມເສຍຫາຍໃຫ້ແກ່ສາມັນຊົນ.

ຫຼາຍປະເທດ, ຄື: ຈໍແດນ, ຄູເວດ, ຕວັກກີ, ອັງກິດ, ຝລັ່ງ… ກໍກ່າວປະນາມເຫດບຸກໂຈມຕີ ເຊັ່ນດຽວກັນ ແລະ ຮຽກຮ້ອງໃຫ້ປະຊາຄົມສາກົນ ມີມາດຕະການສະກັດກັ້ນການເກີດເຫດການທີ່ຄ້າຍຄືກັນຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ