ຫາຍ​ຟ່ອງ ມຸ່ງ​ໄປ​ສູ່​ກາຍ​ເປັນ​ສູນ​ພັດ​ທະ​ນາ​ການ​ບໍ​ລິ​ການ logistics ລະ​ດັບ​ຊາດ ແລະ ພາກ​ພື້ນ

(VOVWORLD) -ການກຳນົດທິດລວມໃຫ້ແກ່ຫາຍຟ່ອງໃຫ້ກາຍເປັນສູນບໍລິການ logistics ຂອງປະເທດຊາດ ແລະ ພາກພື້ນ, ສ້າງບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ໃນຂົງເຂດສະໜອງການບໍລິການທ່າກ່ຳປັ່ນທະເລດ້ວຍຄຸນນະພາບສູງເທື່ອລະກ້າວ; ມີຄວາມສາມາດຢ່າງພຽງພໍເພື່ອສາມາດແກ້ງແຍ້ງກັບບັນດາວິສາຫະກິດ, ການບໍລິການຕ່າງປະເທດເທື່ອລະກ້າວ
ຫາຍ​ຟ່ອງ ມຸ່ງ​ໄປ​ສູ່​ກາຍ​ເປັນ​ສູນ​ພັດ​ທະ​ນາ​ການ​ບໍ​ລິ​ການ logistics ລະ​ດັບ​ຊາດ ແລະ ພາກ​ພື້ນ - ảnh 1ທ່ານກ່ຳປັ່ນ ຫາຍຟ່ອງ ຮ່ວມທຸລະກິດກັບ ບໍລິສັດ Heung-A  (ພາບ:TTXVN )

ຕາມແຜນຮ່າງດັດປັບແຜນກຳນົດສັງລວມພັດທະນາເສດຖະກິດ - ສັງຄົມ ນະຄອນ ຫາຍຟ່ອງ ເຖິງປີ 2025, ກຳນົດທິດເຖິງປີ 2030, ການບໍລິການ logistics ດ້ວຍຍອດເນື້ອທີ່ເດີ່ນ,ສາງເກັບມ້ຽນສິນຄ້າໃນບໍລິເວນນະຄອນ ບັນລຸປະມານ 701,14 ເຮັກຕາ, ສາງເກັບມ້ຽນສິນຄ້າໃຫຍ່ກວ່າ 60 ແຫ່ງ. ລະດັບການເຕີບໂຕສະເລ່ຍໃນຂົງເຂດການບໍລິການ logistics ໄລຍະ 2021 – 2025 ແມ່ນ 16 – 18% ຕໍ່ປີ ແລະ ໄລຍະ 2026 – 2030 ແມ່ນ 17% ຕໍ່ປີ. ການກຳນົດທິດລວມໃຫ້ແກ່ຫາຍຟ່ອງໃຫ້ກາຍເປັນສູນບໍລິການ logistics ຂອງປະເທດຊາດ ແລະ ພາກພື້ນ, ສ້າງບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ໃນຂົງເຂດສະໜອງການບໍລິການທ່າກ່ຳປັ່ນທະເລດ້ວຍຄຸນນະພາບສູງເທື່ອລະກ້າວ; ມີຄວາມສາມາດຢ່າງພຽງພໍເພື່ອສາມາດແກ້ງແຍ້ງກັບບັນດາວິສາຫະກິດ, ການບໍລິການຕ່າງປະເທດເທື່ອລະກ້າວ./.

ຕອບກັບ

ຂ່າວ/ບົດ​ອື່ນ