ຫ໋າຍ​ຟ່ອງ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​​ໄດ້​ປຽບ​ເພື່ອ​ກາຍ​ເປັນ​ສູນ​ທ່ອງ​ທ່ຽວ​​ບໍ​ລິ​ການ​ຂຽວລະ​ດັບສາ​ກົນ

(VOVWORLD) - ຕອນເຊົ້າວັນທີ 14 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກ ນະຄອນ ຫ໋າຍຟ່ອງ ຄັ້ງທີ XVI. ກອງປະຊຸມໃຫຍ່ມີການເຂົ້າຮ່ວມຂອງ ຜູ້ແທນເກືອບ 350 ຄົນ ຕາງໜ້າໃຫ້ສະມາຊິກພັກເກືອບ 125.000 ຄົນ ຂອງທົ່ວອົງຄະນະພັກນະຄອນ.
ຫ໋າຍ​ຟ່ອງ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​​ໄດ້​ປຽບ​ເພື່ອ​ກາຍ​ເປັນ​ສູນ​ທ່ອງ​ທ່ຽວ​​ບໍ​ລິ​ການ​ຂຽວລະ​ດັບສາ​ກົນ - ảnh 1  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ບັນດາຜົນງານ ທີ່ຫ໋າຍຟ່ອງບັນລຸໄດ້ໃນໄລຍະທີ່ຜ່ານມາ, ຢັ້ງຢືນທີ່ຕັ້ງເປັນທ່າກຳປັ່ນສາກົນ, ແມ່ນສູນອຸດສາຫະກຳໃຫຍ່ຂອງທົ່ວປະເທດ, ເປັນສູນເຊື່ອມຕໍ່ຄົມມະນາຄົມສຳຄັນ ແລະ ປະຕູຫຼັກອອກສູ່ທະເລຂອງບັນດາແຂວງທາງທິດເໜືອ. ທ່ານກ່າວວ່າ:

        ຫ໋າຍຟ່ອງ ຄວນມີວິທີເຮັດຢ່າງມີຫົວຄິດປະດິດສ້າງ ເພື່ອດຶງດູດແຫຼ່ງກຳລັງ, ໃນນັ້ນຕ້ອງມີວິສາຫະກິດ, ກຸ່ມບໍລິສັດໃຫຍ່ຫຼາຍແຫ່ງທັງຢູ່ພາຍໃນປະເທດ ແລະ ທົ່ວໂລກມາດຳເນີນທຸລະກິດ, ລົງທຶນພັດທະນາ ເຕັກໂນໂລຢີສູງ, ດຶງດູດການລົງທຶນຈາກຕ່າງປະເທດ ທີ່ມີການເລືອກເຟັ້ນ, ຕິດພັນກັບການພັດທະນາບັນດາເຂດອຸດສາຫະກຳທີ່ນຳໃຊ້ເຕັກໂນໂລຢີສູງ, ຮັບປະກັນຄວາມກົມກຽວລະຫວ່າງ ອຸດສາຫະກຳ, ການບໍລິການ ແລະ ການປົກປັກຮັກສາສິ່ງແວດລ້ອມ. ນະຄອນຕ້ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃຫ້ໄດ້ຫຼາຍທີ່ສຸດ, ນັບທັງການລົງທຶນພາຍໃນປະເທດ ແລະ ການລົງທຶນຈາກຕ່າງປະເທດ, ພັດທະນາເສດຖະກິດທາງທະເລ, ກາຍເປັນນະຄອນທ່າກ່ຳປັ່ນສາກົນທັນສະໄໝ, ມີອິດທິພົນຊື່ສຽງ, ມີລັກສະນະການຄ້າສູງ.

ຕອບກັບ

ຂ່າວ/ບົດ​ອື່ນ