ອັກຊັງຕິນໃຫ້ຄຳໝັ້ນ ສັນຍາຍູ້ແຮງການ ຮ່ວມມືກັບອາຊຽນ


 ອັກຊັງຕິນໃຫ້ຄຳໝັ້ນ ສັນຍາຍູ້ແຮງການ ຮ່ວມມືກັບອາຊຽນ - ảnh 1

(ພາບປະກອບ)

 (vovworld)- ວັນ​ທີ 14/3,  ທ່ານ Ricardo Luis Bocalandro ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ອັກຊັງ​ຕິນ ປະຈຳ​ອາ​ຊຽນ ​ໄດ້​ຍື່ນ​ສານ​ຕາຕັ້ງຕໍ່​ທ່ານ​ເລ​ເລືອ​ງມິ​ງ, ​ເລຂາທິການ​ໃຫ່ຍອາ​ຊຽນ. ທ່ານເລຂາທິການ​ໃຫ່ຍອາ​ຊຽນ ເລ​ເລືອ​ງມິ​ງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອັກຊັງ​ຕິນ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ພະລັງງານ, ການທ່ອງທ່ຽວ ​ແລະ ການ​ພົ​ບປະ​ແລກປ່ຽນ ປຊຊ; ທ່ານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້​ທ່ານເອກ​ອັກຄະ​ລັດຖະທູດ Ricardo Luis Bocalandro ຈະ​ສົມທົບ​ກັບ​ອາ​ຊຽນ ​ແລະ ຄະນະ​ເລຂາ​ອາ​ຊຽນ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ​ພາກ​ພື້ນ ລະຫວ່າງ​ອາ​ຊຽນ ກັບ​ປະຊາ​ຄົມ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ກາຣີ​ເບ ກໍ່​ຄື​ກັບ​ກຸ່ມ​ຕະຫຼາດ​ລວມອາ​ເມ​ລິ​ກາ​ໃຕ້ ​ແລະ ​ເວ​ທີ​ປາ​ໄສ​ຮ່ວມ​ມື​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ-​ອາ​ເມ​ລິ​ກາ​ລາ​ຕິນ.

  ສ່ວນທ່າ​ນເອກ​ອັກຄະ​ລັດຖະທູດ Ricardo Luis Bocalandro ຢືນຢັນ​ຄວາມ​ປາດ​ຖະໜາ​ຂອງ​ອັກ​ຊັງ​ຕິນ ​ແມ່ນ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນ ກ່ວາ​ອີກ​ໃນ​ບັນດາ​ຂົງ​ເຂ​ດທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ພ້ອມ​ທັງ​ໃຫ້​ຄຳໝັ້ນສັນຍາ​ຈະ​ຍູ້​ແຮງ​ບັນດາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ ກັບອັກ​ຊັງ​ຕິນ ເວົ້າສະ​ເພາະ ​ແລະ ບັນດາ​ປະ​ເທດ​ເມ​ລາ​ກາ​ລາ​ຕິ​ນ ​ເວົ້າລວມ./.

ຂ່າວ/ບົດ​ອື່ນ