ອັງກິດ: ການແຫ່ຂະບວນປະທ້ວງມີຄວາມສ່ຽງສືບຕໍ່ເກີດຂຶ້ນໃນຊຸມມື້ຈະມາເຖິງ

(VOVWORLD) - ຕຳຫຼວດ ອັງກິດ ໄດ້ຜັນຂະຫຍາຍບັ້ນຂະໜາດໃຫຍ່ພາຍຫຼັງມີແຫຼ່ງຂ່າວທີ່ວ່າ ຈະມີການແຫ່ຂະບວນປະທ້ວງປະມານ 100 ຄັ້ງຂອງບັນດາກຸ່ມຂວາຈັດພວມສ້າງແຜນການໃນທົ່ວລາຊະອານາຈັກ ອັງກິດ
ອັງກິດ: ການແຫ່ຂະບວນປະທ້ວງມີຄວາມສ່ຽງສືບຕໍ່ເກີດຂຶ້ນໃນຊຸມມື້ຈະມາເຖິງ - ảnh 1ບັນດາການແຫ່ຂະບວນປະທ້ວງອາດຈະສືບຕໍ່ເກີດຂຶ້ນໃນຊຸມມື້ຈະມາເຖິງ
(ພາບ: Getty Images/TTXVN)

        ວັນທີ 08 ສິງຫາ, ທ່ານນາງ Diana Johnson, ລັດຖະມົນຕີຮັບຜິດຊອບຕຳຫຼວດ ແລະ ປ້ອງກັນ, ຕ້ານອາດຊະຍາກຳຂອງອັງກິດ ໄດ້ກ່າວເຕືອນວ່າ, ບັນດາການແຫ່ຂະບວນປະທ້ວງອາດຈະສືບຕໍ່ເກີດຂຶ້ນໃນຊຸມມື້ຈະມາເຖິງ. ທ່ານນາງຖືວ່າ, ການແຫ່ຂະບວນປະທ້ວງໃນຊຸມມື້ຜ່ານມາພຽງແຕ່ແມ່ນການເລີ່ມຕົ້ນ ແລະ ປະຈຸບັນ ມີການສືບຂ່າວຕື່ມອີກກ່ຽວກັບບັນດາເຫດການທີ່ໄດ້ຂຶ້ນແຜນໃນຊຸມມື້ຈະມາເຖິງ.

        ວັນທີ 07 ສິງຫາ, ຕຳຫຼວດ ອັງກິດ ໄດ້ຜັນຂະຫຍາຍບັ້ນຂະໜາດໃຫຍ່ພາຍຫຼັງມີແຫຼ່ງຂ່າວທີ່ວ່າ ຈະມີການແຫ່ຂະບວນປະທ້ວງປະມານ 100 ຄັ້ງຂອງບັນດາກຸ່ມຂວາຈັດພວມສ້າງແຜນການໃນທົ່ວລາຊະອານາຈັກ ອັງກິດ, ດ້ວຍການຜັນຂະຫຍາຍຕຳຫຼວດສະເພາະກ່ຽວກັບຄວາມເປັນລະບຽບຮຽບຮ້ອຍສາທາລະນະເກືອບ 4.000 ຄົນ ພ້ອມແລ້ວທີ່ຈະຮັບມືກັບຄວາມຂາດສະຖຽນລະພາບ ແລະ ມີຕຳຫຼວດກວ່າ 2.000 ຄົນ ໄດ້ຈັດວາງໃນສະພາບກຽມພ້ອມປະຕິບັດໜ້າທີ່.

ຕອບກັບ

ຂ່າວ/ບົດ​ອື່ນ