ອັງກິດຕັກເຕື່ອນສະພາບພົນລະເມືອງປະເທດນີ້ໄປຍັງຊີຣີເພື່ອເຂົ້າຮ່ວມIS

ອັງກິດຕັກເຕື່ອນສະພາບພົນລະເມືອງປະເທດນີ້ໄປຍັງຊີຣີເພື່ອເຂົ້າຮ່ວມIS - ảnh 1
(ພາບປະກອບຈາກອິນເຕແນັດ)

​(vovworld) - ​ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອັງກິດ Philip Hammond ຕັກເຕື່ອນກ່ຽວກັບສະພາບມີພົນລະເມືອງຫຼາຍຄົນຂອງປະເທດນີ້ ຢາກ​ເຂົ້າ​​ເປັນ​ສະມາຊິກ​ຂອງ​ອົງການ​ກໍ່​ການ​ຮ້າຍ​ລັດ​ອິດສະ​ລາມ (IS) ​​ອ້າງ​ຊື່​​ເອງ ພວມ​ຊອກາ​ວິທີ​ໄປ​​ຊີຣີ ຜ່ານ​ກາ​ນາ​ດາ ​ເພື່ອ​ຫຼີກ​ລ້ຽງ​ການ​ພົບ​​ເຫັນ. ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ສະພາ​ຕໍ່າ​ອັງກິດ, ທ່ານ Philip Hammond ​ໃຫ້​ຂໍ້​ສັງ​ເກດ​ວ່າ, ບັນດາ​ພາກ​ສ່ວນ​ຫົວ​ຮຸ້ນ​ແຮງພວມ​ນຳ​ໃຊ້​ວິທີ​ໃໝ່​ເພື່ອ​ຫຼີບ​ຫຼິກ​ຕຳຫຼວດ, ສະ​ນັ້ນ, ບັນດາ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການນຕໍ່ສູ້​ເພື່ອ​ສະກັດ​ກັ້ນ. ຕາມ​ແຜນການ​ໃໝ່​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແລ້ວ, ບັນດາ​ບໍລິສັດ​ການບິນ​ເຄື່ອນ​ໄຫວ​ຢູ່​ອັງກິດ ຕ້ອງກວດກາບັນດາ​ຜູ້​ທີ່​ມີ​ອາຍຸ​ບໍ່​ເຖິງ​ກະ​ສຽງ​ທຸກ​ຄົນທີ່​​ໄປເຖິງຕວກກີ ທາງ​ການ​ບິ​ນ​ເພື່ອ​ແນ່ນອນ​ວ່າ ​ເຂົ້າ​ເຈົ້າ​ບໍ່​ເຂົ້າ​ຮ່ວມ IS. ​ແຕ່​ວ່າ, ບັນດາ​ບົດ​ລາຍ​ງານ​ສະພາບ​ການ​ຫວ່າງ​ມໍ່ໆ​ມາ​ນີ້ໃຫ້​ຂໍ້​ສັງ​ເກດ​ວ່າ ​ແທນ​ທີ່​ຈະ​ໄປ​ຈາກ​ອັງກິດ ​​ເຖິງ​ຕວກກີ ​ທາງ​ການບິນ, ຫຼາຍ​ຄົນ​ໄດ້​ເຂົ້າ​ກາ​ນາ​ດາ ກ່ອນ, ຫຼັງ​ຈາກ​ນັ້ນ​ຈຶ່ງ​ໄປ​ຕວກກີ ​ເພື່ອ​ຫຼີກ​ລ້ຽງ​ການກວ​ດກາ​ຂອງ​ກຳລັງ​ປ້ອງ​ກັນ​ຄວາ​ມສະຫງົບ.

ຂ່າວ/ບົດ​ອື່ນ