ອົງການພັດທະນາສາກົນອາເມລິກາໜູນຊ່ວຍມະນຸດສະທຳຢູ່ຫວຽດນາມ

ອົງການພັດທະນາສາກົນອາເມລິກາໜູນຊ່ວຍມະນຸດສະທຳຢູ່ຫວຽດນາມ - ảnh 1
(ພາບ​ປະ​ກອບ)

(vovworld) - ຕອ​ນ​ເຊົ້າ​ວັນ​ທີ 23/11, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະ​ພາ​ກາ​ແດງ​ຫວຽດ​ນາມ ໄດ​້​ຈັດ​ພິ​ທີ​ປະ​ກາດ​ໂຄງ​ການ “ຍົກ​ສູງ​ກຳ​ລັງ​ຄວ​າມ​ສະ​ມາດ​ຂອງ​ສະ​ພາ​ກາ​ແ​ດງ​ຫວຽດ​ນາມ ​ທຸກຂັ້ນ​ ໃນ​ການ​ຄວບ​ຄຸມ​​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ ແລະ ​ພະ​ຍາ​ບານສຸກ​ເສີນ” ໂດ​ຍ​ອົງ​ການ​ພັດ​ທະ​ນາ​ສາ​ກົນ​ອາ​ເມ​ລິ​ກາ ອຸ​ປະ​ຖຳ ທີ່​ມີ​ມູ​ນ​ຄ່າ​ເກືອບ 500.000 USD. ໂຄງ​ການ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຍົກ​ສູງ​ປະ​ສິດ​ທິ​ຜົນ​​ວຽກ​ງານ​ປະ​ສານ​ງານ​ຂອງ​ສະ​ພາ​ກາ​ແດງ​ຫວຽດ​ນາມ ໃນ​ການ​ສະ​ກັດ​ກັ້ນ ແລະ ຮັບ​ມື​ກັບ​ໄພ​ພິ​ບັດ, ຍົດ​ສ​ູງ​​ທັກ​ສະ​ໃນການ​ຮັບ​ມື​ກັບ​ໄພ​ພິ​ບັດ ແລະ ​ພະ​ຍາ​ບານສຸກ​ເສີນໃຫ້ສະ​ມາ​ຊິກ​​ໃນ​ໜ່ວຍຮັບ​ມື​ກັບ​ໄພ​ພິ​ບັດ​ຕ່າງໆ​ຢູ່​ສູນ​ກາງ​ສະ​ພາ ແລະ ບັນ​ດາ​ແຂວງ​ຮ່​ວາ​ບິ່ງ, ກວາງ​ຈິ້, ບາກ​ລຽວ. ໂຄງ​ການ​ໄ​ດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ແຕ່​ວັນ​ທີ 01/10/2015 ຮອດ​ວັນ​ທີ 31/02/2017.

ຂ່າວ/ບົດ​ອື່ນ