ອົງການສະມາຊິກລັດຖະສະພາມິດຕະພາບຫວຽດນາມຈະຊຸກຍູ້ການພັດທະນາການຕ່າງປະເທດລັດຖະສະພາ

ອົງການສະມາຊິກລັດຖະສະພາມິດຕະພາບຫວຽດນາມຈະຊຸກຍູ້ການພັດທະນາການຕ່າງປະເທດລັດຖະສະພາ - ảnh 1
ສະ​ເໜີ​ຕົວ​ອົງ​ກ​ານ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ​ຫວຽດ​ນາມ
(ພາບ: TTXVN)

(vovworld)- ​ວັນ​ທີ 22/11, ຢູ່​ຮ່າ​ໂນ້ຍ, ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ​ຊຸດ​ທີ 14 ​ໄດ້ສະ​ເໜີ​ຕົວ​ອົງ​ກ​ານ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ​ຫວຽດ​ນາມ ດ້ວຍ 57 ກຸ່ມ ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ກັບ​ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ. ຄະ​ນະ​ປະ​ທາ​ນ​ອົງ​ການ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ​ຫວຽດ​ນາມ ໂດຍ ທ່ານ ຕ່ອງ​ທິ​ຟ໋ອງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ​ເປັນ​ປະ​ທານ. ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ​​ປະ​ກາດ, ທ່ານ ນາງ ຫງວຽນ​ທິ​ກີມ​ເງິນ ປະ​ທານ​ສະ​ແຫ່ງ​ຊາດຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ: ອົງ​ກ​ານ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ​ຫວຽດ​ນາມ ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 14 ຈະ​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​​ການຕ່າງ​ປະ​ເທດ​ລັດ​ຖະ​ສະ​ພາ​ຂອງ​ຫວຽດ​ນາມ, ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ. ທ່ານ ​ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ: ພິ​ທີ​ປະ​ກາດ​ອົງ​ກ​ານ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ​ຫວຽດ​ນາມ ຊຸດ​ທີ 14 ແມ່ນ​ເຫດ​ການທີ່​ມີ​ຄວາມ​ໝາຍ​ສຳ​ຄັນ ​ສຳ​ລັບ​ການ​ເຄື່ອ​ນ​ໄຫວ ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກໍ່​ຄື​ການ​ພົວ​ພັນ​ກັບຕ່າງ​ປະ​ເທດ ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກັບ​ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ​ໃນ​ໂລກ.

 

 

ຂ່າວ/ບົດ​ອື່ນ