ອົງການໄອຍະການປະຊາຊົນສູງສຸດຫວຽດນາມແລະລາວເພີ່ມທະວີກາຮ່ວມມື

ອົງການໄອຍະການປະຊາຊົນສູງສຸດຫວຽດນາມແລະລາວເພີ່ມທະວີກາຮ່ວມມື - ảnh 1
ອົງການ​ໄອ​ຍະ​ການ​ປະ​ຊາ​ຊົນສູງ​ສຸດຫວຽດນາມ
 ​ແລະ ລາວ​ເພີ່ມ​ທະວີ​ກາ​ຮ່ວມ​ມື
(ພາບ: kpl.net.la)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຫົວ​ໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງສຸດ​ລາວ ຄຳ​ສານ ສຸ​ວົງ, ທ່ານ​ຮອງຫົວ​ໜ້າອົງການ​ໄອ​ຍະ​ການປະຊາຊົນ​ສູງ​ສຸດ ​ເຈິ​ນກົງຟານ ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮ​ັດວຽກ​ຢູ່​ລາວ ​ແຕ່​ວັນ​ທີ 15 – 18/09. ຕອນ​ບ່າຍ​ວັນ​ທີ 15/09, ຄະນະ​ຜູ້​ແທນ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບທ່ານ​ຫົວ​ໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງສຸດ​ລາວ ຄຳ​ສານ ສຸ​ວົງ. ຢູ່​ທີ່​ນີ້, ຫົວ​ໜ້າ​ອົງການ​ໄອ​ຍະ​ການ ຄຳ​ສານ ສຸ​ວົງ ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຂອງ​ທ່ານຮອງຫົວ​ໜ້າອົງການ​ໄອ​ຍະ​ການ​ ເຈິ​ນກົງຟານ, ​ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ຂະ​ແໜງ​ໄອ​ຍະ​ການ 2 ປະ​ເທດ​ຫວຽດນາມ - ລາວ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຂອງ 2 ປະ​ເທດ ຈະ​ຮ່ວມ​ມື​​ໃນ​ຂົງ​ເຂດຕ່າງໆ ​ເຊິ່ງທັງ 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​​ແລ້ວຢ່າງ​ມີ​ປະສິດ​ທິຜົນ​ກວ່າ​ອີກ.

   ກອນ​ໜ້າ​ນັ້ນ, ຄະນະ​ຜູ້​ແທນອົງການ​ໄອ​ຍະ​ການ​ປະຊາຊົນ​ສູງສຸດຫວຽດນາມ ​ໄດ້​ມີ​ການ​ເຮັດ​ວຽກ​ກັບອົງການ​ໄອ​ຍະ​ການ​ປະຊາຊົນ​ສູງສຸດ​ລາວ ກ່ຽວ​ກັບ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນໃນ​ຂົງ​ເຂດ​ຍຸຕິ​ທຳ​ລະຫວ່າງ 2 ປະ​ເທດ​, ກໍ່​ຄື​ລາຍ​ງານ​ໝາກຜົນ​ວຽກ​ງານ​ຈັດ​ຕັ້ງ​ການ​ປະຕິບັດ​ເອກະສານ​ຮ່ວມ​ມື​ເຊິ່ງ 2 ຝ່າຍ​ໄດ້​ລົງ​ນາມ​ເມື່ອ​ປີ 2012, ພ້ອມ​ທັງ​ກະກຽມ​ໃຫ້​ກອງປະຊຸມອົງການ​ໄອ​ຍະ​ການ​ປະຊາຊົນບັນດາ​ແຂວງ​​ທີ່​ມີ​ເສັ້ນ​ຊາຍ​ແດນ​ຕິດ​ກັນຂອງ 2 ປະ​ເທດ​, ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ປີ 2015 ຢູ່​ຫຼວງ​ພະ​ບາງ.

ຂ່າວ/ບົດ​ອື່ນ