ອັດກອງປະຊຸມຂັ້ນສູງອາຊຽນຄັ້ງທີ 27 ແລະ ບັນດາກອງປະຊຸມກ່ຽວຂ້ອງ

ອັດກອງປະຊຸມຂັ້ນສູງອາຊຽນຄັ້ງທີ 27 ແລະ ບັນດາກອງປະຊຸມກ່ຽວຂ້ອງ - ảnh 1
ທ່ານ​ນາຍົກລັດຖະມົນຕີ Najib Razak ​ກ່າວ​ຄວາມ​ເຫັນ​ທີ່​ພິທີ
(ພາບ: TTXVN)

(vovworld) - ຕອນ​ຄຳ່​ວັນ​ທີ 22/11, ຢູ່​ກົວ​ລາ​ລຳ​ເປີ, ມາ​ເລ​ເຊຍ, ​ໄດ້​ດຳ​ເນີນ​ພິທີ​ອັດ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 27 ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ​ນາຍົກລັດຖະມົນຕີ ປະ​ເທດ​ເຈົ້າພາບ ມາ​ເລ​ເຊຍ Najib Razak ​ໃຫ້​ຮູ້​ວ່າ, ວັນ​ທີ 22/11, ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ປະກາດ​ສ້າງ​ຕັ້ງ​ປະຊາ​ຄົມອາ​ຊຽນ, ພ້ອມ​ທັງ​ຮັບຮອງ​ເອົາ ​ແລະ ລົງ​ນາມ​ໃນ​ຖະ​ແຫຼ​ງການ ກົວ​ລາ​ລຳ​ເປີ ກ່ຽວ​ກັບ​ວິ​ໄສ​ທັດ​ອາ​ຊຽນ 2025, ທິດ​ທາງ​ໃຫ້​ອາ​ຊຽນ​ໃນ 10 ປີ​ຈະ​ມາ​ເຖິງ​ຢ່າງ​ເປັນ​ທາງ​ການ. ສິ້ນ​ສຸດ​ພິທີ​ອັດ, ທ່ານ​ນາຍົກລັດຖະມົນຕີ Najib Razak ​ໄດ້​ມອບ​ຕຳ​ແໜ່​ງປະທານ ອາ​ຊຽນ ​ໃຫ້​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ລາວ, ປະຊາ​ຄົມ​ອາ​ຊຽນ ຈະ​ສືບ​ຕໍ່​ພັດທະນາ​ວັດທະນາ​ຖາວອນ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ລາວ​ໃນ​ປີ​ທີ່​ລາວ​ເປັນ​ປະທານ​ອາ​ຊຽນ 2016.

ທີ່​ກອງ​ປະຊຸມ​ຂ່າວ​ພາຍຫຼັງ​ພິທີ​ອັດ, ທ່ານ​ນາຍົກລັດຖະມົນຕີ ປະ​ເທດ​ເຈົ້າພາບ ມາ​ເລ​ເຊຍ Najib Razak ຢືນຢັນ​ວ່າ, ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ 27 ​ແລະ ບັນດາ​ກອງ​ປະຊຸມຂັ້ນ​ສູງ​ທີ່​ກ່ຽວຂ້ອງ ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ. ບັນດາ​ການ​ນຳ​ອາ​ຊຽນ ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ ຕໍ່​ຄວາມ​ກ້າວໜ້າທີ່​ບັນລຸ​ໄດ້​ໃນ​ການ​ປະຕິບັດ​ວິວັດທະນາ​ການ​ອາ​ຊຽນ (2009-2015). ຢືນຢັນ​ຄຳ​ໝັ້ນ​ສັນຍາ ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເຮັດ​ໃຫ້​ສາຍ​ພົວພັນ​ໃນ 10 ປີ​ຈະ​ມາ​ເຖິງ​ເລິກ​ເຊິ່ງ, ກວ້າງຂວາງ​ກວ່າ​ອີກ ດ້ວຍ​ການ​ປະຕິບັດ​ຖະ​ແຫຼ​ງການ​ກົວ​ລາ​ລຳ​ເປີ ກ່ຽວ​ກັບ​ວິ​ໄສ​ທັດ​ອາ​ຊຽນ 2025. ກ່ຽວຂ້ອງ​​ເຖິງບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ Najib Razak​ ໃຫ້​ຮູ້​ວ່າ ບັນດາ​ການ​ນຳ​ອາ​ຊຽນ ​ໄດ້​ຢືນຢັນ​ຄືນ​ໃໝ່​​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ກໍ່​ຄື​ລະງັບ​ໃຈ ​ໃນ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃຫ້​ເໝາະ​ສົມ​ກັບ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) 1982. ບັນດາ​ການ​ນຳ​ອາ​ຊຽນ ກໍ່​ເຫັນ​ດີ​ຍູ້​ໄວການກໍ່ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC),  ​ພ້ອມທັງປະຕິບັດ​ຖະ​ແຫຼ​ງການ​ຂອງ​ບັນດາ​ຝ່າຍ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລຕາ​ເວັນ​ອອກ (DOC) ຢ່າງ​​ເຂັ້ມ​ງວດ.

ຂ່າວ/ບົດ​ອື່ນ