ອັດກອງປະຊຸມຄັ້ງທີ 28 ຂອງ ຄະນະປະຈໍາສະພາແຫ່ງຊາດ

(VOVWORLD) -ຕອນບ່າຍວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 28 ຂອງຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ອັດລົງ ໂດຍພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.
ອັດກອງປະຊຸມຄັ້ງທີ 28 ຂອງ ຄະນະປະຈໍາສະພາແຫ່ງຊາດ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ  ກ່າວຄໍາເຫັນທີ່ພິທີອັດ (ພາບ:TTXVN)

ກ່າວຄໍາເຫັນທີ່ພິທີອັດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕີລາຄາວ່າ ຄະນະປະຈໍາສະພາແຫ່ງຊາດໄດ້ສໍາເລັດ ໂຄງການດໍາເນີນງານໃນກອງປະຊຸມຄັ້ງທີ 28; ຕົກລົງບາງບັນຫາທີ່ສໍາຄັນຕາມສິດອໍານາດ. ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສະເໜີລັດຖະບານ,  ສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະປະຈໍາສະພາຊົນເຜົ່າ, ບັນດາກໍາມາທິການຂອງສະພາແຫ່ງຊາດ, ເລຂາທິການໃຫຍ່ ສະພາແຫ່ງຊາດ ຈົ່ງສືບຕໍ່ຄົ້ນຄວ້າ ປະກອບບັນດາເອກະສານໃຫ້ສໍາເລັດ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ; ພ້ອມທັງ, ສ້າງສໍາເລັດບັນດາມະຕິກ່ຽວກັບບຸກຄະລາກອນ ແລະ ມະຕິກ່ຽວກັບບັນດາຫົວໜ່ວຍປົກຄອງ ຂອງແຂວງບິງເຟຶອກ ເພື່ອຍື່ນສະເໜີເຊັນປະກາດໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ