ອັດກອງປະຊຸມຄັ້ງທີ 35 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

(VOVWORLD) - ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ຕີລາຄາ, ສະຫລຸບກອງປະຊຸມຄັ້ງທີ 7 ແລະໃຫ້ຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມຄັ້ງທີ 8, ສະພາແຫ່ງຊາດຊຸດທີ XV.
ອັດກອງປະຊຸມຄັ້ງທີ 35 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ກ່າວຄຳເຫັນຊີ້ນຳກອງປະຊຸມ. ພາບ: TTXVN

ກ່າວຄຳເຫັນທີ່ພິທີອັດກອງປະຊຸມຄັ້ງທີ 35 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມຈັດຂຶ້ນ ໃນຕອນບ່າຍວັນທີ 11 ກໍລະກົດ ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງນີ້ ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາ, ຮັບຮອງເອົາ ມະຕິ 3 ສະບັບກ່ຽວກັບໂຄງຮ່າງການຈັດຕັ້ງຂອງອົງການສືບສວນສອບສວນ,  ອົງການໄອຍະການ, ມະຕິ 2 ສະບັບໂດຍກຳນົດບັນດາເນື້ອໃນກ່ຽວກັບເລື່ອງເພີ່ມເຕີມແຜນລາຍຈ່າຍງົບປະມານແຫ່ງລັດປະຈຳປີ 2024 ຂອງກະຊວງປ້ອງກັນປະເທດ, ກະຊວງຕຳຫລວດ;  ເລື່ອງດັດປັບແຜນການລົງທຶນພາກລັດໄລຍະກາງທຶນງົບປະມານສູນກາງ ໄລຍະ 2021- 2025 ຂອງບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ ແລະ ບາງເນື້ອໃນອື່ນອີກ.

ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ຕີລາຄາ, ສະຫລຸບກອງປະຊຸມຄັ້ງທີ 7 ແລະໃຫ້ຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມຄັ້ງທີ 8, ສະພາແຫ່ງຊາດຊຸດທີ XV.

ຕອບກັບ

ຂ່າວ/ບົດ​ອື່ນ