ອັດກອງປະຊຸມຄັ້ງທີ 36 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ພາຍຫຼັງເຮັດວຽກເປັນເວລາ 4 ວັນ, ຕອນບ່າຍວັນທີ 23 ສິງຫາ, ກອງປະຊຸມຄັ້ງທີ 36 ຄະນະປະຈຳສະພາແຫ່ງຊາດໄດ້ອັດລົງ.
ອັດກອງປະຊຸມຄັ້ງທີ 36 ຄະນະປະຈຳສະພາແຫ່ງຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ພິທີອັດກອງປະຊຸມ
(ພາບ: TTXVN)

        ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ, ກອງປະຊຸມຄັ້ງນີ້ໄດ້ປະກອບຄຳເຫັນ ແລະ ຕົກລົງ 14 ເນື້ອໃນກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ຕາມນັ້ນແລ້ວ, ຄາດວ່າ, ກອງປະຊຸມເທື່ອທີ 8 ຈະຮັບຮອງເອົາຮ່າງກົດໝາຍ 13 ສະບັບ; ປະກອບຄຳເຫັນໃສ່ຮ່າງກົດໝາຍອື່ນ 13 ສະບັບ. ກ່ຽວກັບວຽກງານຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດໄດ້ດຳເນີນການຊັກຖາມການປະຕິບັດບັນດາມະຕິຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການຕິດຕາມກວດກາຫົວເລື່ອງສະເພາະ ແລະ ຊັກຖາມນັບແຕ່ຕົ້ນອາຍຸການສະພາແຫ່ງຊາດຊຸດທີ 15 ຮອດທ້າຍປີ 2023. ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດກໍ່ປະກອບຄຳເຫັນກ່ຽວກັບວຽກງານບຸກຄະລາກອນ, ກະກຽມໃຫ້ວຽກງານຂຶ້ນກັບສິດຂອງສະພາແຫ່ງຊາດ.

        ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ບັນດາອົງການຂອງສະພາແຫ່ງຊາດສຸມໃສ່ເປັນຢ່າງສູງເພື່ອກະກຽມໃຫ້ກອງປະຊຸມສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດ (ດຳເນີນແຕ່ວັນທີ 27 – 29 ສິງຫາ) ເພື່ອປຶກສາຫາລືຮ່າງກົດໝາຍ 12 ສະບັບ ເພື່ອຍື່ນສະເໜີຕໍ່ກອງປະຊຸມເທື່ອທີ 8.

ຕອບກັບ

ຂ່າວ/ບົດ​ອື່ນ