ອັດກອງປະຊຸມຊາວຫວຽດນາມອາໄສຢູ່ຕ່າງປະເທດປີ2016

ອັດກອງປະຊຸມຊາວຫວຽດນາມອາໄສຢູ່ຕ່າງປະເທດປີ2016 - ảnh 1
(ທ່​ານດິງ​ລາ​ທັງ ໂອ້​ລົ​ມ​ກັບຊາວ​ຫວຽດ​ນາມ​ ອາ​ໄສ​ຢູ່​ຕ​່າງ​ປະ​ເທດ)

(vovworld)- ພາຍຫຼັງ​ເຮັດ​ວຽກ​ສອງມື້ ​ວັນ​ທີ 13/11, ກອງ​ປະ​ຊຸມ​ຊາວ​ຫວຽດ​ນາມ ​ອາ​ໄສຢູ່​ຕ່າງ​ປະ​ເທດ ທົ່ວ​ໂລກ ປີ 2016 ດ້ວຍ​ຫົວ​ຂໍ້ “​ຊາວ​ຫວຽດ​ນາມ​ ອາ​ໄສ​ຢູ່​ຕ​່າງ​ປະ​ເທດ ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ນະ​ຄອນ​ໂຮ່​ຈີ​ມິນ​ ​ໃຫ້ພັດ​ທະ​ນາ​ຢ່າງ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ກັບ​ສາ​ກົນ” ໄດ້​ອັດ​ລົງ. ກ່າວ​ຄວາມ​ເຫັນ​ ທີ່​ພິ​ທີ​ອັດ​ກອງ​ປະ​ຊຸມ, ທ່​ານ ດິງ​ລາ​ທັງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈີ​ມິນ​, ເນັ້ນ​ໜັກ​ວ່າ: ການ​ເລືອກ​ນະ​ຄອນ​ໂຮ່​ຈີ​ມິນ, ດ້ວຍ​ບົດ​ບາດ​ເປັນ​ສູນ​ກາງ, ກຳ​ລັງ​ແຮງ​ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ທົ່ວ​ປະ​ເທດ, ເປັນ​ສະ​ຖານ​ທີ່​ດຳ​ເນີນກອງ​ປະ​ຊຸມ, ໄດ້​ຍົກ​ອອກ​ສານ​ຢ່າງ​ແຮງ ກ່ຽວ​ກັບຄວາມ​​ປາດ​ຖະ​ໜາ​ເປີດກວ້າງວິ​ໄສ​ທັດ​ຍົກ​ສູງ​ນ້ຳ​​ໃຈປອງດອງ​ຊາດ ມຸ່ງ​ໄປ​ຫາ​ເປົ້າ​ໝາຍ​ສູງສົ່ງ ແມ່ນ​ກໍ່​ສ້າງ​ປະ​ເທດ​ຫວຽດ​ນາມ ທີ່ໝັ້ນ​ຄົງ​ເຂັ້ມ​ແຂງ ໃຫ້​ຊາວຫວຽດ​ນາມທຸກ​ຄົນ. ທ່ານ​ເລ​ຂາ​ຄະ​ນະ​ພັກ ດິງ​ລາ​ທັງ ຢືນ​ຢັນ​ວ່າ: ພາຍຫຼັງ​ກອງ​ປະ​ຊຸມ, ການ​ນຳ​ນະ​ຄອນ ​ຈະ​ພ້ອມ​ກັບບັນ​ດາ​ພະ​ແນກ, ຂະ​ແໜງ​ການ​ກ່ຽວ​ຂ້ອງ ​ສືບ​ຕໍ່​ຮ່ວມ​ມື, ສ້າງ​ຕັ້ງ​ກົນ​ໄກພົວ​ພັນ​ຕິດ​ຕໍ່, ແລ​ກ​ປ່ຽນ​ເປັນ​ປະ​ຈຳ, ຮັກ​ສາ​ການ​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ຜູ້​ແທນ​ຊາວ​ຫວຽດ​ນາມ ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເພື່ອ​ຜັນ​ຂະ​ຫຍາຍ ​ນຳ​ເອົາ​ບັນ​ດາ​ຂໍ້​ສະ​ເໜີ​ ເຂົ້າ​ສູ່​ພຶດ​ຕິ​ກຳ​ຕົວ​ຈິງ.

        ບັນ​ດາ​ບົດ​ປະ​ກອບ​ຄຳ​ເຫັນ ແລະ ຄຳ​ເຫັນ​ ຢູ່ກອງ​ປະ​ຊຸມ ​ສຸ​ມ​ໃສ່​ສະ​ເໜ​ີ​ບັນ​ດາ​ມາດ​ຕະ​ການ ເພື່ອ​ພັດ​ທະ​ນາ​ນະ​ຄອນ​ໂຮ່​ຈີ​ມິນ. ຜູ້​ແທນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດຫຼາຍ​ທ່ານ ໄດ້​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເໜີແນະ, ສະ​ເໜີ​ນະ​ຄອນ ​ຜັນ​ຂະ​ຫຍ​າຍ​ ການ​ເຄື່ອນ​ໄຫວ ທີ່​ຈຳ​ເປັນ​​ບາງ​ຢ່າງ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເພື່ອ​ແນ​ໃສ່ຫັນ​ບັນ​ດາ​ແນວ​ຄວາມ​ຄິດ​ຂອງ​ບັນ​ດາ​ຜູ້​ແທນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ປະ​ກອບ​ສ່ວນ​ ເພີ່ມລະ​ດັບ​ການ​ພັດ​ທະ​ນາ, ​ເຮັດໃຫ້​ນະ​ຄອນ​ໂຮ່​ຈີ​ມິນ ກາຍ​ເປັນ​ຕົວ​ເມືອງ​ນຳ​ໜ້າ​ໃນ​ພາກ​ພື້ນຢ່າງ​ໄວ.

ຂ່າວ/ບົດ​ອື່ນ