ອັດກອງປະຊຸມສຸດຍອດ ນາໂຕ

(VOVWORLD) - ບັນດາການນຳ ນາໂຕ ໄດ້ພົບປະກັບການນຳທີ່ມາຈາກບັນດາປະເທດ: ອົດສະຕາລີ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫຼີ ແລະ ສະຫະພາບເອີລົບ (ອີຢູ), ປຶກສາຫາລືກ່ຽວກັບສິ່ງທ້າທາຍດ້ານຄວາມໝັ້ນຄົງລວມ ແລະ ເພີ່ມທະວີການຮ່ວມມື.
ອັດກອງປະຊຸມສຸດຍອດ ນາໂຕ - ảnh 1ກອງປະຊຸມສຸດຍອດ ນາໂຕ
(ພາບ: AA/TTXVN)

        ວັນທີ 11 ກໍລະກົດ, ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg ໄດ້ຖະແຫຼງສິ້ນສຸດກອງປະຊຸມສຸດຍອດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ນາໂຕ ທີ່ຈັດຂຶ້ນຢູ່ ວໍຊິງຕັນ (ອາເມລິກາ).

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ບັນດາການນຳ ນາໂຕ ໄດ້ພົບປະກັບການນຳທີ່ມາຈາກບັນດາປະເທດ: ອົດສະຕາລີ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫຼີ ແລະ ສະຫະພາບເອີລົບ (ອີຢູ), ປຶກສາຫາລືກ່ຽວກັບສິ່ງທ້າທາຍດ້ານຄວາມໝັ້ນຄົງລວມ ແລະ ເພີ່ມທະວີການຮ່ວມມື. ທີ່ການພົບປະລະຫວ່າງ ນາໂຕ ແລະ 4 ຄູ່ຮ່ວມມືມະຫາສະມຸດອິນເດຍ - ປາຊີຟິກ, ບັນດາຝ່າຍໄດ້ເຫັນດີເລີ່ມປະຕິບັດ “ບັນດາໂຄງການສຳຄັນຈຸດສຸມ” ໃນ 4 ຂົງເຂດ, ໃນນັ້ນມີການປ້ອງກັນທາງເຄືອຂ່າຍອິນເຕີເນັດລວມ ແລະ ຕ້ານຂໍ້ມູນທີ່ຜິດພາດ, ເພື່ອເປີດກວ້າງການຮ່ວມມືຕໍ່ໜ້າບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ສັບສົນ. 2 ຂໍ້ລິເລີ່ມລວມອື່ນແມ່ນ, ສະໜອງການໜູນຊ່ວຍດ້ານການແພດໃຫ້ແກ່ ຢູແກຼນ ແລະ ການຮ່ວມມືກ່ຽວກັບບັນດາເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນຂຶ້ນຄືປັນຍາປະດິດ (AI).

        ກອງປະຊຸມສຸດຍອດ ນາໂຕ ປີ 2025 ຈະຖືກຈັດຂຶ້ນຢູ່ ລາໄຮ, ປະເທດ ໂຮນລັງ.

ຕອບກັບ

ຂ່າວ/ບົດ​ອື່ນ