ສະພາແຫ່ງຊາດ ກູຍບາ
(ພາບ: cubajournal)
(vovworld) – ໃນພິທີອັດກອງປະຊຸມສາໄໝສາມັນເທື່ອທີ2ສະພາແຫ່ງຊາດກູຍບາຊຸດທີ 8 ເມື່ອວັນທີ 21/12, ສະພາແຫ່ງຊາດ ກູຍບາ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍງົບປະມານປີ 2014.
ກ່າວຄຳເຫັນອັດກອງປະຊຸມສະໄໝສາມັນ, ທ່ານປະທານ ກູຍບາ Raul Castro ຢັ້ງຢືນວິວັດການເຕື້ອງເຖິງຮູບແບບເສດຖະກິດຂອງ ກູຍບາ ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຖືກຕ້ອງ. ທ່ານປະທານ Raul Castro ຖືວ່າ: ບັນດາມາດຕະການເຊິ່ງລັດຖະບານ ກູຍບາຍົກອອກມາຈະປະກອບສ່ວນກຳນົດການປັບປຸງກົງຈັກການເຄື່ອນໄຫວຂອງພື້ນຖານເສດຖະກິດ ແລະ ແມ່ນເສັ້ນທາງຢ່າງຖືກຕ້ອງເພື່ອໃຫ້ ກູຍບາ ມຸ້ງໄປເຖິງຮູບແບບ “ເໝາະສົມ ແລະ ຫລຸດຜ່ອນການຈັດແບ່ງແບບສະເໝີ”. ທ່ານ Raul Castro ປະກາດ ລັດຖະບານ ກູຍບາ ພວມຮຽບຮຽງຮ່າງກົດໝາຍວ່າດ້ວຍການລົງທຶນຕ່າງປະເທດສະບັບໃໝ່ ແລະ ຈະຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາໃນເດືອນ 3/2014.
ກ່ຽວກັບການພົວພັນຕ່າງປະເທດ, ທ່ານປະທານ Raul Castro ຮັບຮູ້, ໃນຊຸມປີມໍ່ໆມານີ້, ອາເມລິກາ ແລະ ກູຍບາ ໄດ້ມີ “ການໂອ້ລົມສົນທະນາກ່ຽວກັບຜົນປະໂຫຍດລວມ” ລະຫວ່າງ 2 ປະເທດ. ທ່ານປະທານໃຫ້ຮູ້ວ່າ: 2 ປະເທດມີແງ່ຫວັງສືບຕໍ່ທ່າພັດທະນາຕັ້ງໜ້ານີ້, ຢັ້ງຢືນການພົວພັນແບບສີວິໄລລະຫວ່າງ 2 ປະເທດແມ່ນຄວາມຫວັງລວມຂອງປະຊາຊົນ 2 ປະເທດ.