ອັດກອງປະຊຸມສຳມະນາທິດສະດີຄັ້ງທີ 8 ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກກອມມູນິດຈີນ

ອັດກອງປະຊຸມສຳມະນາທິດສະດີຄັ້ງທີ 8 ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກກອມມູນິດຈີນ - ảnh 1

ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 8 ລະຫວ່າງ
ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດຈີນ
ພາບ:qdnd.com.vn

(vovword)- ວັນທີ 9/6  ຢູ່ ນະຄອນ ຮ້າລອງ ​​ແຂວງ ກວ໋າງນີງ,  ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 8 ລະຫວ່າງ ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ ຈີນ ພາຍ​ໃຕ້​ຫົວ​ຂໍ້​ວ່າ:“ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ​ເສດຖະກິດ​ຢູ່ ຫວຽດນາມ ​ແລະ ຫັນປ່ຽນ​ແບບວິທີ​​ພັດທະນາ​ເສດຖະກິດ​ຢູ່ຈີນ.” ໄດ້ອັດລົງ ພາຍຫຼັງ​ດຳ​ເນີ​ນມາ​ເປັນ​ເວລາ 3 ວັນ. ທີ່ ປະຊຸມ​ສຳ​ມະ​ນາ​, ບັນດາຜູ້ແທນທີ່​ເຂົ້າ​ຮ່ວມ​ໄດ້​ສຸມ​ໃສ່​ໄຈ້​ແຍກ​ຄວາມ​ສຳຄັນ​ຂອງການ ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ຫັນປ່ຽນ​ແບບວິທີ​​ພັດທະນາ​ໃນ​ຂະ​ບວນວິວັດ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດນາມ ​ແລະ ການ​ປິ​ຕິ​ຮູບ​ເປີດ​ປະຕູ​ຢູ່​ຈີນ.

   2 ຝາ່ຍຍັງ​ແລກປ່ຽນ​ບົດຮຽນ​ການ​ສົບ​ທົບ​ລະຫວ່າງ​ການ ຫັນປ່ຽນ​​ຮູບ​ແບບ​ການ​ເຕີບ​ໂຕ​ເສດຖະກິດກັບ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ນຳພາ​ຂອງ ພັກ​ກອມ​ມູນິດ​ຫວຽດນາມ; ລະຫວ່າງ​ການ​ຫັນປ່ຽນ ​​ຮູບ​ແບບ​ການ​ພັດທະນາເສດຖະກິດກັບການ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ກຳ​ອຳນາດ​ຂອງ ​ພັກ​ກອມ​ມູນິດ​ຈີນ. ທ່ານ Phung Huu Phu ຮອງ​ປະທານ​ຜູ້​ປະຈຳການ​ສະພາ​ທິດ​ສະ​ດີ​ສູນ​ກາງ​ໃຫ້​ຮູ້​ວ່າ :

   “ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 8 ນີ້, 2 ພັກ​ໄດ້​ຢືນ​ຢືນ​ຢ່າງ​ເລິກ​ເຊິ່ງວ່າ ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກທິດ​ສະ​ດີ​ຂອງ 2 ພັກ​ພ້ອມ​ກັນ​ແລກປ່ຽນ​ບົດຮຽນ​ນຳ​ກັນ, ປະກອບສ່ວນ​ຍູ້​ແຮງ​ກິດຈະການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ ​ເພື່ອ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບ​ດ້ານລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ຜ່ານ​ການ​ສຳ​ມະ​ນາ​ພວກ​ເຮົາຍິ່ງ​ມີ​ຄວາມ​ເຂົ້າ​ໃຈຢ່າງ​ເລິກ​ເຊິ່ງກ່ວາ​ກ່ຽວ​ກັບ​ຫຼາຍ​ບັນຫາ​ທິດ​ສະ​ດີ, ພຶດຕິ​ກຳ​ທີ່​ມີ​ຊີວິດ​ຊີວາ ​ແລະ ຕິດ​ແທດ​ຕົວ​ຈິງ ຊຶ່ງ​ພວມ​ວາງ​ອອກ​ໃຫ້​ແກ່​ພາລະກິດ​ສ້າງສາ​ລັດທິ​ສັງຄົມ​ນິຍົມ​ຢູ່​ແຕ່ລະ​ປະ​ເທດ, ບັນດາ​ບົດຮຽນ​ທີ່​ດີ ​ແລະ ຈຳ​ເປັນ​ສຳລັບ​ຄະນະ​ຜູ້​ແທນພັກ​ກອມ​ມູນິດ​ຫວຽດນາມ.

ຂ່າວ/ບົດ​ອື່ນ