ອັດກອງປະຊຸມສຳມະນາພາກພື້ນ ອາຊຽນ ແລະ ທະເລຕາເວັນອອກ

ອັດກອງປະຊຸມສຳມະນາພາກພື້ນ ອາຊຽນ ແລະ ທະເລຕາເວັນອອກ - ảnh 1
ກອງ​ປະຊຸມໄດ້​ສິ້ນ​ສຸດ​ລົງ​ພາຍຫຼັງ ດຳ​ເນີນ​ມາ​ເປັນ​ເວລາ 2 ວັນ
(ພາບ: baodatviet.vn)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 20/9, ກອງ​ປະຊຸມ​ສຳ​ມະ​ນາ​ພາກ​ພື້ນ ອາ​ຊຽນ ​ແລະ ​ທະ​ເລ​ຕາ​ເວັນ​ອອກ: ຜົນສຳ​ເລັດ, ການ​ທ້າ​ທາຍ ​ແລະ ກຳນົດ​ທິດ​ໃຫ້​ແກ່​ອະນາຄົດ, ​ໄດ້​ສິ້ນ​ສຸດ​ລົງ​ພາຍຫຼັງ ດຳ​ເນີນ​ມາ​ເປັນ​ເວລາ 2 ວັນ. ບັນດາ​ນັກຮຽນ​ຮູ້ ​ແລະ ນັກ​ຊ່ຽວຊານ​ຂອງ ອາ​ຊຽນ, ຈີນ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ແລກປ່ຽນ​ບັນດາ​ທັດສະນະ​ແທດ​ຈິງ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຍາວ​ນານ​ຢູ່ ທະ​ເລ​ຕາ​ເວັນ​ອອກ, ຜ່ານ​ການ​ຊຸກຍູ້​ການ​ເຈລະຈາ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ລະຫວ່າງ ອາ​ຊຽນ ​ແລະ ຈີນ.​.​. ບັນດາ​ຜູ້​ແທນ​ສຸ​ມ​ໃສ່​ຕີ​ລາຄາ​ບັນດາ​ຜົນສຳ​ເລັດ, ຄວາມ​ຈຳກັດ​ຂອງ​ການ​ຮ່ວມ​ມື ອາ​ຊຽນ, ກໍ່ຄື​ການ​ຮ່ວມ​ມື ອາ​ຊຽນ ກັບ ຈີນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຊອກ​ຫາ​ມາດ​ຕະການ​ເພື່ອ​ໃຫ້​ອາ​ຊຽນ ​ແລະ ຈີນ​ ສືບ​ຕໍ່​ຮ່ວມ​ມື​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ຊອກ​ຫາ​ວິທີ​ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ລະຫວ່າງ ອາ​ຊຽນ ​ແລະ ຈີນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ (COC). ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ກໍ່​ສະ​ແດງໃຫ້​ເຫັນ​ການ​ປ່ຽນ​​ແປງ​​ທັດສະນະ​ຮັບ​ຮູ້​ບັນຫາ​ຂອງ​ຜູ້​ແທນ ອາ​ຊຽນ ​ແລະ ຈີນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ