ອັດ​ງານ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ໂຮ້ຍ​ອານ - ຍີ່​ປຸ່ນ ຄັ້ງ​ທີ 20

(VOVWORLD) - “ງານພົບປະແລກປ່ຽນວັດທະນະທຳ ໂຮ້ຍອານ - ຍີ່ປຸ່ນ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ແລະ ນັບມື້ນັບດຶງດູດຄວາມສົນໃຈຈາກຫຼາຍທ້ອງຖິ່ນ, ອົງການຈັດຕັ້ງ, ສ່ວນບຸກຄົນທັງຝ່າຍຍີ່ປຸ່ນ ແລະ ຫວຽດນາມ."
ອັດ​ງານ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ໂຮ້ຍ​ອານ - ຍີ່​ປຸ່ນ ຄັ້ງ​ທີ 20 - ảnh 1ໃນງານບຸນໄດ້ສະແດງບັນດາລາຍການສິລະປະທີ່ເປັນເອກະລັກຂອງ ຍີ່ປຸ່ນ ແລະ ໂຮ້ຍອານ (ພາບ: VOV)

ຕອນຄ່ຳວັນທີ 4 ສິງຫາ, ຢູ່ນະຄອນ ໂຮ້ຍອານ, ແຂວງ ກວ໋າງນາມ ໄດ້ດຳເນີນພິທີອັດງານພົບປະແລກປ່ຽນວັດທະນະທຳ ໂຮ້ຍອານ - ຍີ່ປຸ່ນ ຄັ້ງທີ 20 ປີ 2024. ງານພົບປະແລກປ່ຽນວັດທະນະທຳ ໂຮ້ຍອານ - ຍີ່ປຸ່ນ ຄັ້ງນີ້ ໄດ້ມີການເຂົ້າຮ່ວມຂອງບັນດານັກການເມືອງ, ຜູ້ຕາງໜ້າບັນດາອົງການຂຶ້ນກັບລັດຖະບານ ແລະ ບໍ່ຂຶ້ນກັບລັດຖະບານ, ນັກທຸລະກິດ, ນັກສິລະປິນ, ນັກສິລະປະການ, ນັກກິລາມາຈາກ ຍີ່ປຸ່ນ, ປະຊາຄົມຊາວ ຍີ່ປຸ່ນ ດຳລົງຊີວິດຢູ່ ຫວຽດນາມ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.

        ກ່າວຄຳເຫັນທີ່ພິທີອັດ, ທ່ານ ຫງວຽນວັນເຊີນ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ້ຍອານ, ເນັ້ນໜັກວ່າ:

        “ງານພົບປະແລກປ່ຽນວັດທະນະທຳ ໂຮ້ຍອານ - ຍີ່ປຸ່ນ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ແລະ ນັບມື້ນັບດຶງດູດຄວາມສົນໃຈຈາກຫຼາຍທ້ອງຖິ່ນ, ອົງການຈັດຕັ້ງ, ສ່ວນບຸກຄົນທັງຝ່າຍຍີ່ປຸ່ນ ແລະ ຫວຽດນາມ. ຜ່ານເຫດການນີ້ ກໍໄດ້ປະກອບສ່ວນຍົກສູງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ປັບປຸງການພົວພັນທີ່ສະໜິດສະໜົມ, ໄມຕີຈິດລະຫວ່າງປະຊາຊົນສອງປະເທດ; ສົ່ງສານກ່ຽວກັບນ້ຳໃຈມິດຕະພາບອັນໜຽວແໜ້ນ, ຜ່ານຜ່າສິ່ງກີດຂວາງ, ຄວາມຫຍຸ້ງຍາກເພື່ອພ້ອມກັນມຸ່ງໄປເຖິງອະນາຄົດ.”

        ໃນຂອບເຂດພິທີອັດ ຍັງມີລາຍການສະແດງສິລະປະ “ລາກ່ອນ” ເພື່ອເປັນການສິ້ນສຸດງານພົບປະແລກປ່ຽນວັດທະນະທຳ ໂຮ້ຍອານ - ຍີ່ປຸ່ນ ຄັ້ງທີ 20 ປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ