ອັດງານມະໂຫລານ ຊາວໜຸ່ມນັກສຶກສາ ໂລກຄັ້ງທີ 18


ອັດງານມະໂຫລານ ຊາວໜຸ່ມນັກສຶກສາ ໂລກຄັ້ງທີ 18  - ảnh 1

(ພາບ: thanhnien.com.vn)

 (vovworld)-  ພາຍຫຼັງ​ດຳ​ເນີນ​ການ​ເຄື່ອນ​ໄຫ​ວຢ່າງ​ຟົດ​ຟື້ນ​ເປັນ​ເວລາ 1 ອາທິດ, ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ​ປະມານ 500 ຄົນ​ມາ​ຈາກ​ກ່ວາ 100 ປະ​ເທດ, ຕອນ​ຄ່ຳວັນ​ທີ 13/12, ງານ​ມະ​ໂຫລານ​ຊາວ​ໜຸ່ມ​ນັກ​ສຶກສາ​ໂລກ​ຄັ້ງທີ 18 ​ໄດ້​ອັດ​ລົງ​ທີ່​ນະຄອນຫຼວງ Quito ປະ​ເທດ Ecuador ດ້ວຍ​ຄຳ​ຮຽກຮ້ອງ​ສືບ​ຕໍ່​ການ​ຕໍ່ສູ້​ຕ້ານ​ລັດທິ​ຈັກກະພັດ.

  ງານ​ມະ​ໂຫລານ​ຊາວ​ໜຸ່ມ​ນັກ​ສຶກສາ​ໂລກ​ຄັ້ງທີ 18 ​ໄດ້​ຮັບຮອງ​ເອົາ​ແຈ້ງ​ຂ່າວ​ກ່າວ​ປະນາມ​ການ​ປິດ​ລ້ອມ​ຂວ້ຳບາດ​ຂອງ​ອາ​ເມ​ລິ​ກາ ຕ້ານ​ກູ​ບາ ​ໃນ​ກ່ວາ​ເຄິ່ງສັດຕະວັດ​ຜ່ານ​ມາ, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີ​ກັບ​ພາລະກິດ​ຕໍ່ສູ້​ຂອງ ປຊຊ ປາ​ແລດ​ສະຕິ​ນ, ສະໜັບສະໜູ​ນວິວັດທະນາ​ການ​ສັນ​ຕິ​ພາບ​ຢູ່ Colombia..

  ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ງານ​ມະ​ໂຫລານ​ດ້ວຍ​ສະມາຊິກ 85 ຄົນ ​ໂດຍ​ທ່ານ​ຫງວຽນ​ດັກ​ວິ​ງ, ​ເລຂາ​ທີ່ 1 ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ນຳ​ໜ້າ ​ໄດ້​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ງານ​ມະ​ໂຫລານ​ຄັ້ງນີ້ຢ່າງ​ຕັ້ງໜ້າ, ຟົດ​ຟື້ນ, ພິ​ເສດ​ແມ່ນ​ເວທີ​ປາ​ໄສ​ສາມັກຄີ​ກັບ​ຫວຽດນາມ, ສານຕ້ານ​ຈັກກະພັດ, ບັນດາກ​ອງປະຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ ກໍ່​ຄື​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ດ້ານ​ວັດທະນະທຳ, ກິລາ​ກັບ​ເພື່ອນ​ມິດສາ​ກົນ./.

ຂ່າວ/ບົດ​ອື່ນ