ອັດຊຸດຝຶກອົບຮົມໃຫ້ແກ່ພະນັກງານຫວຽດນາມຄັ້ງທຳອິດຂອງໂຄງການໂຮງງານໄຟຟ້ານິວເຄຼຍນິງຖ້ວນ 2

ອັດຊຸດຝຶກອົບຮົມໃຫ້ແກ່ພະນັກງານຫວຽດນາມຄັ້ງທຳອິດຂອງໂຄງການໂຮງງານໄຟຟ້ານິວເຄຼຍນິງຖ້ວນ 2  - ảnh 1
ຜູ້ອຳນວຍການມະຫາວິທະຍາ​ໄລ ToKai ມອບ​ໃບ​ຢັ້ງຢືນ​ການ​ສຶກສາ​ໃຫ້​ແກ່​ພະນັກງານຫວຽດນາມ

(vovworld)-  ວັນ​ທີ 19/9, ກຸ່ມ​ບໍລິສັດ​ໄຟຟ້າ​ຫວຽດນາມ EVN , ບໍລິສັດພັດທະນາພະລັງງານ ປະລະມານູສາກົນ​ຍີ​ປຸ່ນ JINED ​ແລະ ມະຫາວິທະຍາ​ໄລ ToKai ​ໄດ້​ຈັດ​ພິທີ​ມອບ​ໃບ​ຢັ້ງຢືນ​ການ​ສຶກສາ​ໃຫ້​ແກ່​ພະນັກງານຫວຽດນາມ 15 ຄົນ​ທີ່​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບຮົມ​ໃຫ້​ພະນັກງານ​ຫຼັກ​ແຫຼ່ງສັງກັດ​ໂຄງການ​ໂຮງງານ​ໄຟຟ້າ​ນິວ​ເຄຼຍນິງຖ້ວນ 2 . ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຜູ້ອຳນວຍການ​ໃຫຍ່ ກຸ່ມ​ບໍລິສັດ​ໄຟຟ້າ​ຫວຽດນາມ EVN ຝ້າ​ມ​ເລ​ແທງ ຢືນຢັນ​ວ່າ ການ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຫຼັກ​ແຫຼ່ງທີ່​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອ​ປະຕິບັດ​ໂຄງການ ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ມີ​ຕໍ່​ຜົນສຳ​ເລັດ​ຂອງ ໂຄງການ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​ຢູ່​ຫວຽດນາມ. ສ່ວນ​ທ່ານ​ຮອງ​ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ​ສັງກັດ​ກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ​ຍີ​ປຸ່ນ ທ່ານ Toshihiko Fujii ຢືນຢັນ​ວ່າ ຍີ​ປຸ່ນຢາກ​ຖ່າຍ​ທອດ​ຄວາມ​ຮູ້ ​ແລະ ບົດຮຽນ​ກ່ຽວ​ກັບໄຟຟ້າ​ນິວ​ເຄຼຍ​ໃຫ້​ແກ່​ພະນັກງານ​ຫວຽດນາມ ​ແນ​ໃສ່​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ຂະ​ແໜງ​ໄຟຟ້າ​ນິວ​ເຄຼຍຢູ່​ຫວຽດນາມ.
ຂ່າວ/ບົດ​ອື່ນ