ອົດສະຕາລີ ກະກຽມຮຽບຮຽງຍຸດທະສາດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດໃໝ່

(VOVWORLD) -ຍຸດທະສາດໃໝ່ກໍ່ຈະສຸມໃສ່ເຂົ້າໃນການສ້າງການຮ່ວມສຳພັນຢ່າງແໜ້ນແຟ້ນກວ່າກັບບັນດາຄູ່ຮ່ວມມືຄື ກຸ່ມເຈລະຈາຄວາມໝັ້ນຄົງ “4 ຝ່າຍ” ເພື່ອແນໃສ່ຍູ້ໄວເລື່ອງຫຼຸດຜ່ອນການອີງໃສ່ເຕັກໂນໂລຊີສຳຄັນຈາກ ຈີນ.
ອົດສະຕາລີ ກະກຽມຮຽບຮຽງຍຸດທະສາດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດໃໝ່ - ảnh 1(ພາບປະກອບ: Transcosmos/TTXVN)

ລັດຖະບານ ອົດສະຕາລີ ຈະຮີບເຮັ່ງຮຽບຮຽງຍຸດທະສາດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດໃໝ່ ເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດດ້ານອະທິປະໄຕ ແລະ ສ້າງແຫຼ່ງຊັບພະຍາກອນມະນຸດທາງເຄືອຂ່າຍອິນເຕີແນັດແຖວໜ້າ ເພື່ອຮັບມືກັບໄພນາບຂູ່ທີ່ນັບມື້ນັບເພີ່ມຂຶ້ນຈາກບັນດາການບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ. ວັນທີ 19 ສິງຫາ, ທ່ານນາງລັດຖະມົນຕີກະຊວງພາຍໃນ ອົດສະຕາລີ Clara O’Neil ເນັ້ນໜັກວ່າ ຍຸດທະສາດຈະແມ່ນ “ຄວາມມານະພະຍາຍາມໃນທົ່ວປະເທດ” ດ້ວຍການເຂົ້າຮ່ວມຂອງບັນດາຂະແໜງການທີ່ກ່ຽວຂ້ອງຢ່າງແທດຈິງ ເພື່ອຮັບມືກັບບັນດາການບຸກໂຈມຕີທາງອິນເຕີເນັດຢ່າງມີປະສິດທິຜົນ. ຍຸດທະສາດໃໝ່ກໍ່ຈະສຸມໃສ່ເຂົ້າໃນການສ້າງການຮ່ວມສຳພັນຢ່າງແໜ້ນແຟ້ນກວ່າກັບບັນດາຄູ່ຮ່ວມມືຄື ກຸ່ມເຈລະຈາຄວາມໝັ້ນຄົງ “4 ຝ່າຍ” (ລວມມີ: ອົດສະຕາລີ, ອາເມລິກາ, ຍີ່ປຸ່ນ, ອິນເດຍ ເພື່ອແນໃສ່ຍູ້ໄວເລື່ອງຫຼຸດຜ່ອນການອີງໃສ່ເຕັກໂນໂລຊີສຳຄັນຈາກ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ