ອົດສະຕາລີ ຖືສຳຄັນການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ

(VOVWORLD) - ເລື່ອງ ອົດສະຕາລີ ແລະ ຫວຽດນາມ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໄດ້ມີການໜູນຊ່ວຍຢ່າງແຮງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ອົດສະຕາລີ ຖືສຳຄັນການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ Anthony Albanese
(ພາບເອກະສານ: TTXVN)

        ວັນທີ 29 ກໍລະກົດ, ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ Sydney, ພາກສ່ວນສື່ມວນຊົນຂອງກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ (DFAT) ໃຫ້ຮູ້ວ່າ, ລັດຖະບານ ອົດສະຕາລີ ຕີລາຄາສູງຄວາມອົບອຸ່ນ, ຈິງໃຈເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະຫງວນໃຫ້ການພົວພັນ 2 ຝ່າຍ. ອົດສະຕາລີ ເປັນກຽດໄດ້ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມາຢ້ຽມຢາມເມື່ອປີ 2008, ໃນຄາວນັ້ນທ່ານດຳລົງຕຳແໜ່ງປະທານສະພາແຫ່ງຊາດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ສະຫງວນການຕ້ອນຮັບຢ່າງອົບອຸ່ນໃຫ້ຜູ້ມີອຳນາດເຕັມ ອົດສະຕາລີ ໃນຄາວນັ້ນແມ່ນທ່ານ David Hurley ແລະ ທ່ານນາຍົກລັດຖະມົນຕີ Anthony Albanese ໃນການຢ້ຽມຢາມ ຫວຽດນາມ ປີ 2023, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ (1973 – 2023).

        ເລື່ອງ ອົດສະຕາລີ ແລະ ຫວຽດນາມ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໄດ້ມີການໜູນຊ່ວຍຢ່າງແຮງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານມີລັກສະນະບາດລ້ຽວ, ສ່ອງແສງໂຄງການດຳເນີນງານທີ່ເຕັມໄປດ້ວຍຄວາມຕັ້ງຫວັງຂອງ 2 ປະເທດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ລັກສະນະຍືນຍົງ, ການຫັນປ່ຽນ ແລະ ປ່ຽນແປງໃໝ່ດ້ານເຕັກນິກດີຈີຕອນ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ເສດຖະກິດ ແລະ ການຄ້າ, ກໍຄືການສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ