ອິດສະຣາແອັນ ຊີ້ນຳບັນດາສະຖານທູດ ອິດສະຣາແອັນ ປະຈຳຕ່າງປະເທດພ້ອມແລ້ວມີປະຕິກິລິຍາ

(VOVWORLD) - ອິດສະຣາແອັນ ຈະບໍ່ປະໃຫ້ການບຸກໂຈມຕີຂອງ ອີຣານ ຫຼື ເຮັກໂບລາ ດຳເນີນໂດຍບໍ່ມີການໂຕ້ຕອບ.
ອິດສະຣາແອັນ ຊີ້ນຳບັນດາສະຖານທູດ ອິດສະຣາແອັນ ປະຈຳຕ່າງປະເທດພ້ອມແລ້ວມີປະຕິກິລິຍາ - ảnh 1(ພາບປະກອບ: THX/TTXVN)

        ວັນທີ 06 ສິງຫາ, ຊ່ອງໂທລະພາບ 12 ຂອງ ອິດສະຣາແອັນ ໃຫ້ຮູ້ວ່າ, ກະຊວງການຕ່າງປະເທດຂອງປະເທດນີ້ ໄດ້ຈຳໜ່າຍເອກະສານໃຫ້ສະຖານທູດທຸກແຫ່ງຂອງປະເທດນີ້ໃນທົ່ວໂລກ ເພື່ອພ້ອມແລ້ວມີປະຕິກິຕິລາ ໃນກໍລະນີ ອິດສະຣາແອັນ ໂຕ້ຕອບບັນດາການບຸກໂຈມຕີຂອງ ອີຣານ ແລະ ກຳລັງ ເຮັກໂບລາ ຢູ່ ລີບັງ.

        ເອກະສານດັ່ງກ່າວໄດ້ສ້າງຂຶ້ນໃນກອງປະຊຸມຈຳນວນໜຶ່ງໂດຍມີການເຂົ້າຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ, ພ້ອມກັບບັນດາເຈົ້າໜ້າທີ່ຂັ້ນສູງອື່ນໆ ແລະ ຊີ້ແຈ້ງວ່າ, ອິດສະຣາແອັນ ຈະບໍ່ປະໃຫ້ການບຸກໂຈມຕີຂອງ ອີຣານ ຫຼື ເຮັກໂບລາ ດຳເນີນໂດຍບໍ່ມີການໂຕ້ຕອບ. ເອກະສານ ຊີ້ນຳໃຫ້ບັນດາສະຖານທູດ ອິດສະຣາແອັນ ປະຈຳຕ່າງປະເທດຕິດຕໍ່ກັບຄູ່ຮ່ວມມືເພື່ອອະທິບາຍຢ່າງຈະແຈ້ງບັນດາການກະທຳຂອງ ອິດສະຣາແອັນ, ໂດຍບໍ່ວ່າການກະທຳໃດ, ໃນກໍລະນີ ອິດສະຣາແອັນ ຖືກບຸກໂຈມຕີ. ສິ່ງດັ່ງກ່າວໄດ້ນຳໃຊ້ໃຫ້ບັນດາການກະທຳທີ່ອາດຈະປະຕິບັດຂອງ ອິດສະຣາແອັນ ໃນທຸກແນວຮົບ.

ຕອບກັບ

ຂ່າວ/ບົດ​ອື່ນ