ອິດສະຣາແອນ ສືບຕໍ່ບຸກໂຈມຕີ ເຂດ Gaza

ອິດສະຣາແອນ ສືບຕໍ່ບຸກໂຈມຕີ ເຂດ Gaza - ảnh 1
ພາບ: Internet


(vovworld) - ຄວາມ​ເຄັ່ງ​ຕຶງ ລະຫວ່າງ ອິດສະຣາ​ແອນ ​ແລະ ​ເຂດ Gaza ສືບ​ຕໍ່​ປີ້ນຂັ້ນ​ໄດ ​ເມື່ອ ອິດສະຣາ​ແອນ ດຳ​​ເນີນ​ບັນດາ​ເຫດບຸກ​ໂຈມ​ຕີ​ທາງ​ອາກາດຄັ້ງ​ໃຫມ່. ຕອນ​ເຊົ້າ​ວັນ​ທີ 18/11, ​ເຫດ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ ອິດສະ​ຣາ​ແອນ ​ໃສ່​ສຳນັກງານ​ຊ່ອງ​ໂທລະພາບ al Quds ຊື່​ງ​ເຮັດ​ໃຫ້​ນັກ​ຂ່າວ 6 ຄົນ​ຖືກ​ບາດ​ເຈັບ. ກອງທັບ ອິດສະຣາ​ແອນ ຍອມ​ຮັບ​ວ່າ​ໄດ້​ບຸກ​ໂຈມ​ຕີ​ໃສ່​ສຳນັກງານ​ຂອງ​ຊ່ອງ​ໂທລະພາບ​ດັ່ງກ່າວ ​ແລະ ຫລັງ​ຈາກ​ນັ້ນ​ຍັງ​ດຳ​ເນີນ​ບັ້ນ​ບຸກ​ໂຈມ​ຕີ​ຄັ້ງ​ໃຫມ່ຕື່ມ​ອີກ. ​ໃນ​ຂະນະ​ນັ້ນ, ລັດຖະມົນຕີ​ບັນດາ​ປະ​ເທດ​ສະມາຊິກ ສະຫະພັນ ອາຣັບ ​ໄດ້​ຈັດ​ກອງ​ປະຊຸມ​ດ່ວນ​ຢູ່​ນະຄອນຫລວງ Cairo ຂອງ ອີ​ຢີບ ​​ໃນ​ວັນ​ທີ 17/11 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ພວມ​ປີນ​ຂັ້ນ​ໄດ​ຢູ່​ເຂດ Gaza.

ຂ່າວ/ບົດ​ອື່ນ