ອິດ​ສະ​ຣາ​ແອັນ ແລະ ຮາ​ມາດ​ສ ສືບ​ຕໍ່​ກ່າວ​ຫາ​ກັນ ກີດ​ຂວາງ​ຂໍ້​ຕົກ​ລົງ​ຢຸດ​ຍິງ

(VOVWORLD) -  ໃນສະພາບການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງ ຢູ່ເຂດ ກາຊາ ໄດ້ຮັບການເຊື່ອມຕໍ່ຄືນໃນທ້າຍອາທິດກ່ອນ, ດ້ວຍຂໍ້ສັງເກດທີ່ໜ້າຊື່ນຊົມຂອງບັນດາປະເທດເປັນກາງໄກເກ່ຍ ກ່ຽວກັບໝາກຜົນຂອງການເຈລະຈາ.

 ເຖິງຢ່າງໃດກໍຕາມ, ທັງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ລ້ວນແຕ່ກ່າວຫາກັນກີດຂວາງຂໍ້ຕົກລົງຢຸດຍິງ.        ກ່າວຄຳເຫັນໃນກອງປະຊຸມຄະນະລັດຖະບານໃນວັນທີ 18 ສິງຫາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ກ່າວຫາ ຮາມາດສ ວ່າ ໄດ້ກີດຂວາງການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ແລະ ຮຽກຮ້ອງໃຫ້ກໍ່ “ຄວາມກົດດັນທາງການທູດ ແລະ ການທະຫານຢ່າງແຮງ” ຕໍ່ກຳລັງນາຍທະຫານ ປາແລັດສະຕິນ, ກ່ອນທີ່ການເຈລະຈາຮອບໃໝ່ໄດ້ດຳເນີນໃນທ້າຍອາທິດນີ້. ໃນຂະນະນັ້ນ, ວັນທີ 18 ສິງຫາ, ຮາມາດສ ຖະແຫຼງວ່າ ທ່ານນາຍົກລັດຖະມົນຕີ Benjamin Netanyahu  ກີດຂວາງຂໍ້ຕົກລົງຢຸດຍິງ ແລະ ຄວາມມານະພະຍາຍາມຂອງບັນດາປະເທດເປັນກາງໄກ່ເກ່ຍ.

        ໃນຄວາມມານະພະຍາຍາມຫຼ້າສຸດ ແນໃສ່ຊຸກຍູ້ການເຈລະຈານັ້ນ, ວັນທີ 18 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken, ໄດ້ເດີນທາງໄປຍັງ ອິດສະຣາແອັນ. ນີ້ແມ່ນການເຄື່ອນໄຫວຢູ່ຕ່າງປະເທດຄັ້ງທີ 9 ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Bliken ທີ່ເດີນທາງໄປຍັງພາກພື້ນຕາເວັນອອກກາງ ນັບແຕ່ເມື່ອການປະທະກັນລະຫວ່າງ ອິດສະຣາແອັນ ແລະ ກຳລັງ ຮາມາດສ ເກີດຂຶ້ນໃນຕົ້ນເດືອນຕຸລາ 2023.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ