ອິດສະຣາແອນແລະປາແລດສະຕີນເຊື່ອມຕໍ່ການເຈລະຈາຢູ່ອີຢິບ

ອິດສະຣາແອນແລະປາແລດສະຕີນເຊື່ອມຕໍ່ການເຈລະຈາຢູ່ອີຢິບ - ảnh 1
ເຮືອນຊານຖືກເປເພຍ້ອນການປະທະກັນລະຫວ່າງ ອິດສະຣາແອນ ແລະ ຂະບວນການອິດສະລາມ ຮາມາດ
(ພາບ: AFP/TTXVN)

(vovworld) – ວັນ​ທີ 17/8, ການ​ເຈລະຈາ​ທາງ​ອ້ອມ​ລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ ​ໄດ້​ເຊື່ອມ​ຕໍ່​​ຢູ່ ກາຍ​ໂຣ, ປະ​ເທດ ອີ​ຢິບ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ​ຍາວ​ນານ​ຢູ່​ເຂ​ດ ກາຊາ ກ້າວໄປ​ເຖິງ​​ຢຸດຕິ​ການ​ປະ​ທະ​ກັນ​ນອງ​ເລືອດ​ທີ່ແກ່ຍາວ​ກ່ວາ​ໜຶ່ງ​ເດືອນ​ຜ່ານ​ມາ. ການ​ເຈລະຈາ​ໄດ້​ດຳ​ເນີນ​ໄປ​ຢູ່​ສຳນັກງານອົງການ​ສືບ​ລາຊະການ​ລັບ ອີ​ຢິບ ​ແລະ ​ໄດ້​ຮັບ​ການ​ເຊື່ອມຕໍ່​ພາຍຫຼັງ​ຄຳ​ສັ່ງ​ຢຸດ​ຍິງ​ຊົ່ວຄາວ​ໝົດ​ຜົນ​ສັດ​ສິດ​ພຽງ​ໜຶ່ງ​ວັນ. ຕາມ​​ແຜນການ​ແລ້ວ, ຜູ້ຕາງໜ້າ​ຂະ​ບວນການ​ອິດສະ​ລາມ ຮາ​ມາດ, ກຳລັງ​ຄວບຄຸມ​ເຂດ ກາຊາ, ກໍ່​ເຂົ້າ​ຮ່ວມ​ກອງປະຊຸມ​​ແຕ່​ຄະນະ​ປະຕິບັດ​ງານ​ຈະ​ໄປ​ຍັງ ກາຍ​ໂຣ ​ໃນ​ຕອນ​ຄຳ່ວັນ​ດຽວ​ກັນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສະມາຊິກ​ຜູ້​ໜຶ່ງ​ຂອງ​ຄະນະ​ເຈລະຈາ ປາ​ແລດ​ສະຕີ​ນ ສະ​ແດງ​ຄວາມ​ບໍ່​ປະ​ເອີ​ບ​ໃຈ​ຕໍ່​ການ​ເຈລະຈາ​ຄັ້ງ​ນີ້. ປາ​ແລດ​ສະຕີ​ນ ຈະ​ບໍ່ຫລຸ​ດຜ່ອນ​ຄວາມ​ຮຽກຮ້ອງ​ໃນ​ການ​ເຈລະຈາ, ພິ​ເສດ​ແມ່ນ​​ເລື່ອງ​ຮຽກຮ້ອງ ອິດສະຣາ​ແອນ ລົບ​ລ້າງ​ຄຳ​ສັ່ງ​ປິດ​ລ້ອມ. ​ໃນ​ຂະນະ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ອິ​ດສະຣາ​ແອນ Benjamin Netanyahu ຢັ້ງຢືນ​ວ່າ: ອິດສະຣາ​ແອນ ຈະ​ບໍ່​​ເປັນ​ເອກະສັນ​ກ່ຽວ​ກັບ​ບໍ່​ວ່າ​ຂໍ້​ຕົກລົງຢຸດ​ຍິງ​ຊົ່ວຄາວ​ໃດ​ໆ​ຢູ່​ເຂດ ກາຊາ ຖ້າ​ຫາກ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການປ້ອງ​ກັນ​ຄວາມ​ສະຫງົບ​ຂອງ ​ແຕນ ອາ​ວີ​ບ ບໍ່​ໄດ້​ຮັບ​ການ​ຕອບ​ສະໜອງ.


ຂ່າວ/ບົດ​ອື່ນ