ອຸດສາຫະກຳເອເລັກໂຕນິກນັບມື້ນັບປະກອບສ່ວນຢ່າງຫລວງຫລາຍໃຫ້ແກ່ພື້ນຖານເສດຖະກິດ

ອຸດສາຫະກຳເອເລັກໂຕນິກນັບມື້ນັບປະກອບສ່ວນຢ່າງຫລວງຫລາຍໃຫ້ແກ່ພື້ນຖານເສດຖະກິດ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ: internet


(vovworld) - ​ແຕ່​ວັນ​ທີ 14 - 16/5, ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 18 ​ເວທີ​ປາ​ໄສ​ເອ​ເລັກ​ໂຕ​ນິກ​ໂລກ (WEF) ຊື່​ງຈັດ​ຂຶ້ນ​ຢູ່​ ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ສະຫະ​ສະມາຄົມ​ຂະ​ແຫນງ​ສິນຄ້າ​ທີ່ມາ​ຈາກ​ບັນດາ​ປະ​ເທດ​ມີ​ພື້ນຖານ​ອຸດສາຫະກຳ​​ໄຟຟ້າ, ​ເອ​ເລັກ​ໂຕ​ນິກພັດທະນາ​ກວ່າ​ໝູ່​ຢູ່​ໃນ​ໂລກ​ຄື: ອາ​ເມ​ລິ​ກາ, ອິນ​ເດຍ, ຍີ່​ປຸ່ນ, ສ​ເກົາຫລີ, ຈີນ, ອິດສະຣາ​ແອນ. ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ​ໄດ້​ເນັ້ນ​ຫນັກ​ວ່າ: ​ເລື່ອງ WEF 18 ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນຢູ່ ຫວຽດນາມ ​ແມ່ນ​ກາລະ​ໂອກາດ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ເອ​ເລັກ​ໂຕ​ນິກຫວຽດນາມ ກຳ​ໄດ້​ຂໍ້​ມູນ​ຂ່າວສານ, ​ເພີ່​ມທະວີ​ການ​ເຊື່ອມ​ຈອດ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ເອ​ເລັກ​ໂຕ​ນິກຊັ້ນ​ນຳ​ຂອງ​ໂລກ. ຄຽງ​ຄູ່​ກັນ​ນັ້ນ ຍັງ​ຊ່ວຍ​ຫວຽດນາມ ຮຳ່ຮຽນ​ເອົາ​ບົດຮຽນ ​ແລະ ກະກຽມ​ບັນດາ​ເງື່ອນ​ໄຂ​ດີ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ, ນະ​ໂຍບາຍ​ຫນູນ​ຊ່ວຍ ​ແລະ ​ແຫ​ລ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຕ່າງປະ​ເທດ​​ເຂົ້າ​ຂົງ​ເຂດ​ພັດທະນາ​ເອ​ເລັກ​ໂຕ​ນິກ, ວິທະຍາສາດ​ເທັກ​ໂນ​ໂລ​ຊີ​ສູງ​ຂອງ​ຫວຽດນາມ. ຫວຽດນາມ ປາດ​ຖະຫນາ​ຢາກ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ຊື່​ງແມ່ນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ, ບັນດາ​ປະ​ເທດ​ພັດທະນາ​ກ່ຽວ​ກັບດ້ານ​ສຶກສາ ​ແລະ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ມີ​ການ​ພົວພັນ​ມິດຕະພາບ​ກັບ​ຫວຽດນາມ ຄື: ​ເຢຍລະ​ມັນ, ອາ​ເມ​ລິ​ກາ, ສ​ເກົາຫລີ ​ແລະ ຍີ່​ປຸ່ນ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ​ເຕັກ​ໂລ​ໂລ​ຊີ​ສູງ, ​ເອ​ເລັກ​ໂຕ​ນິກ ຕອບ​ສະ​ຫນອງ​ຄວາມ​ຕ້ອງການ​ແກ່​ການ​ພັດທະນາ. ລັດຖະບານ​ຫວຽດນາມ ໝັ້ນ​ໝາຍ​ຈະ​ຫນູນ​ຊ່ວຍບັນດາ​ປະ​ເທດ​ມີ​ຄວາມ​ປາດ​ຖະຫນາ​ຢາກ​ລົງທຶນ​ເຂົ້າ​ຂົງ​ເຂດ​ນີ້​ຢູ່​ຫວຽດນາມ​ ຢ່າງ​ແຂງ​ແຮງ​.

 

ຂ່າວ/ບົດ​ອື່ນ