ອີຕາລີວິຕົກກັງວົນຕໍ່ສະພາບຊາວອົບພະຍົບພາຍຫລັງຂໍ້ຕົກລົງລະຫວ່າງອີຢູ-ຕວກກີ

ອີຕາລີວິຕົກກັງວົນຕໍ່ສະພາບຊາວອົບພະຍົບພາຍຫລັງຂໍ້ຕົກລົງລະຫວ່າງອີຢູ-ຕວກກີ - ảnh 1
ພາບ​ປະ​ກອບ:internet

(vovworld)-​ ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ກະ​ແສ​ຊາວ​ອົບ​ພະ​ຍົບ​ຄັ້ງ​ໃຫມ່​ດ້ວຍ​ທາງ​ທະ​ເລ​ເມ​ດີ​ຕາ​ລາ​ເນ​ເຂົ້າ ອີ​ຕາ​ລີ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ພາ​ຍ​ຫລັງ ອີ​ຢູ ແລະ ຕວກ​ກີ ບັນ​ລຸ​ຂໍ້​ຕົກ​ລົງ​ເພື່ອ​ສະ​ກັດ​ກັ້ນ​ກະ​ແສ​ຊາວ​ອົບ​ພະ​ຍົບ​ຫລັ່ງ​ໄຫລ​ເຂົ້າ ເອີ​ລົບ ໃນ​ວັນ​ທີ 20/3 ຜ່ານ​ມາ. ກ​ະ​ຊວງ​ພາຍ​ໃນ ອີ​ຕາ​ລີ ຄາດ​ວ່າ ປະ​ເທດນີ້ ຈະ​ຕ້ອງ​ຮັບ​ຊາວ​ອົບ​ພະ​ຍົບ​ປະ​ມານ 270.000 ຄົນ​ໃນ​ປີ 2016, ເພີ່ມ​ຂຶ້ນ​ທົບ 2,5 ເທົ່າ​ເມື່ອ​ທຽບ​ໃສ່​ປີ 2015. ສິ່ງ​ເປັນ​ຫນ້າ​ສົນ​ໃຈ, ນັບ​ແຕ່​ເມື່ອ​ ອີ​ຢູ ແລະ ຕວກ​ກີ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດັ່ງ​ກ່າວ, ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ເດີນ​ທາງ​ເຖິງ​ບັນ​ດາ​ທ່າ​ກຳ​ປັ່ນ​ຂອງ​ອີ​ຕາ​ລີ ຜ່ານ​ທະ​ເລ​ເມ​ດີ​ຕາ​ລາ​ເນ​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ເຖິງ ເກຼັກ ຜ່ານ​ທະ​ເລ Aegean  ຈາກ​ຕວກ​ກີ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ