ອິນເດຍ ພ້ອມແລ້ວທີ່ຈະສວມບົດບາດຕັ້ງຫນ້າເພ່ືອສັນຕິພາບຢູ່ ຢູແກຼນ

(VOVWORLD) -ວັນທີ 23 ສິງຫາ, ຢູ່ ກີແອັບ, ໃນຂອບເຂດການຢ້ຽມຢາມ ຢູແກຼນ, ທ່ານ ນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ມີການເຈລະຈາກັບປະທານາທິບໍດີ ຢູແກຼນ, Volodymyr Zelensky. ນີ້ແມ່ນການຢ້ຽມຢາມ ຢູແກຼນ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ອິນເດຍ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດກ່ອນນີ້ 30 ປີ.

ອິນເດຍ ພ້ອມແລ້ວທີ່ຈະສວມບົດບາດຕັ້ງຫນ້າເພ່ືອສັນຕິພາບຢູ່ ຢູແກຼນ - ảnh 1ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi . ພາບ: ANI/TTXVN

ຢູ່ທີ່ນີ້ ການນຳ ອິນເດຍ ຢືນຢັນ ພ້ອມແລ້ວທີ່ຈະສວມບົດບາດຕັ້ງຫນ້າໃນທຸກຄວາມມາຍະພະຍາຍາມມຸ່ງໄປເຖິງສັນຕິພາບຢູ່ ຢູແກຼນ ພ້ອມທັງຢືນຢັນຄືນຫລັກໝັ້ນຂອງອິນເດຍວ່າ: ການປະທະກັນ ຢູ່ ຢູແກຼນ ພຽງແຕ່ແກ້ໄຂໄດ້ຜ່ານການເຈລະຈາ ແລະ ທາງການທູດ. ທ່ານເນັ້ນຫນັກວ່າ: New Delhi ພ້ອມແລ້ວທີ່ຈະປະກອບສ່ວນເປັນເຈົ້າການເຂົ້າໃນຄວາມມານະພະຍາຍາມເພື່ອສັນຕິພາບ.

ສ່ວນທ່ານ ປະທານາທິບໍດີ Zelensky ຮຽກຮ້ອງເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການທະຫານລະຫວ່າງປະເທດ ເອີລົບ ຕາເວັນອອກ ນີ້ ແລະອິນເດຍ. ຕາມໂທລະພາບ ອິນເດຍແລ້ວ ປະເທດນີ້ ແລະ ຢູແກຼນ ໄດ້ລົງນາມໃນເອກະສານຕົກລົງ 4 ສະບັບກ່ຽວກັບການຫນູນຊ່ວຍມະນຸດສະທຳ, ກະສິກຳ, ແພດສາດ ແລະວັດທະນະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ