ອິນເດຍ - ອາຊຽນ ຊຸກຍູ້ການຮ່ວມມືດຳເນີນທຸລະກິດ

(VOVWORLD) - ວັນທີ 11 ເມສາ ຢູ່ໃຈກາງນະຄອນຫລວງ ນິວເດລີ ປະເທດ ອິນເດຍ ໄດ້ດຳເນີນກອງປະຊຸມຊຸກຍູ້ການຮ່ວມມືດຳເນີນທຸລະກິດລະຫວ່າງ ອິນເດຍ ແລະ ບັນດາປະເທດ ອາຊຽນ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ PHD - ອິນເດຍ ຈັດຕັ້ງ.

ທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ໄດ້ແບ່ງປັນການພົວພັນຮ່ວມມືທີ່ເປັນມູນເຊື້ອ, ຮອບດ້ານລະຫວ່າງ ອິນເດຍ ກັບ ອາຊຽນ ເວົ້າລວມ ແລະ ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງ ອິນເດຍ ກັບແຕ່ລະປະເທດສະມາຊິກ ອາຊຽນ ເວົ້າສະເພາະ ກໍ່ຄືຄວາມສາມາດບົ່ມຊ້ອນ, ກາລະໂອກາດຮ່ວມມືລະຫວ່າງ 2 ຝ່າຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໂຕນຊິງແທ່ງ ໄດ້ເຊີດຊູບັນດາໝາກຜົນແຫ່ງການຮ່ວມມື ໄດ້ ແລະ ພວມບັນລຸໄດ້ລະຫວ່າງ 2 ຝ່າຍໃນບັນດາຂົງເຂດຄື: ການເມືອງ, ເສດຖະກິດ, ສັງຄົມ, ພ້ອມທັງສະໜອງຂໍ້ມູນຂ່າວສານໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນ ອິນເດຍ ກ່ຽວກັບສະພາບແວດລ້ອມ, ນະໂຍບາຍການລົງທຶນ, ບັນດາຂົງເຂດທີ່ໄດ້ຮັບການສົ່ງເສີມການລົງທຶນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ