ອິນເດຍ - ອາຊຽນ ເຊື່ອມຕໍ່ຢ່າງແໜ້ນແຟ້ນໃນຫຼາຍຂົງເຂດ

(VOVWORLD) -ທີ່ກອງປະຊຸມສຳມະນາ, ບັນດານັກຮຽນຮູ້ຕີລາຄາສູງຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ປັດຈຸບນ. ເລື່ອງ ຫວຽດນາມ ສາມາດຄວບຄຸມໃຫ້ມີຈຳນວນຜູ້ຕິດເຊື້ອໜ້ອຍ, ບໍໍ່ມີຄົນເສຍຊີວິດ  ແລະ ນຳບັນດາການເຄື່ອນໄຫວຄືນໃໝ່ເປັນປົກກະຕິໂດຍໄວໄດ້ສ້າງຄວາມປະທັບໃຈຢ່າງແຮງຕໍ່ປະຊາຄົມສາກົນ.
ອິນເດຍ - ອາຊຽນ ເຊື່ອມຕໍ່ຢ່າງແໜ້ນແຟ້ນໃນຫຼາຍຂົງເຂດ - ảnh 1

ທ່ານຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ, ປະທານສະມາຄົມມິດຕະພາບຫວຽດນາມ - ອິນເດຍໄດ້ມອບອຸປະກອນການແພດໃຫ້ແກ່ທ່ານ Pranay Verma ເອກອັກຄັດລັດຖະທູດ ອິນເດຍປະຈຳຫວຽດນາມ (ພາບ: TTXVN)

ທີ່ກອງປະຊຸມສຳມະນາທາງອອນລາຍ “ເຊື່ອມຕໍ່ການຄ້າ ແລະ ພູມີສາດການເມືອງ ອິນເດຍ - ອາຊຽນ” ໂດຍອົງການຄົ້ນຄ້ວານະໂຍບາຍ ແລະ ມອບສິດ (SPRE) ທີ່ມີສຳນັກງານຕັ້ງຢູ່ ນະຄອນຫຼວງ ນີວແດນລີ ຈັດຕັ້ງຫວ່າງມໍ່ໆມານີ້, ບັນດານັກຮຽນຮູ້ມາຈາກ ອາຊຽນ ລ້ວນແຕ່ຮັບຮູ້ ອິນເດຍ ແມ່ນເພື່ອນທີ່ດີ ແລະ ຄູ່ຮ່ວມມືໃກ້ຊິດ ແລະ ຖືວ່າ ບັນດາຝ່າຍຕ້ອງສືບຕໍ່ເຮັດວຽກເພື່ອປັບປຸງການພົວພັນສອງຝ່າຍ ແລະ ຕ້ອງສຸມໃສ່ເຂົ້າໃນການຊຸກຍູ້ການພົວພັນລະຫວ່າງປະຊາຊົນສອງຝ່າຍ.

ທີ່ກອງປະຊຸມສຳມະນາ, ບັນດານັກຮຽນຮູ້ຕີລາຄາສູງຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ປັດຈຸບນ. ເລື່ອງ ຫວຽດນາມ ສາມາດຄວບຄຸມໃຫ້ມີຈຳນວນຜູ້ຕິດເຊື້ອໜ້ອຍ, ບໍໍ່ມີຄົນເສຍຊີວິດ  ແລະ ນຳບັນດາການເຄື່ອນໄຫວຄືນໃໝ່ເປັນປົກກະຕິໂດຍໄວໄດ້ສ້າງຄວາມປະທັບໃຈຢ່າງແຮງຕໍ່ປະຊາຄົມສາກົນ. ທ່ານ  ຮອງສາດສະດາຈານ, ປະລິນຍາເອກ ເລວັນຕ໊ວານ, ຜູ້ອຳນວຍການ ກໍໍ່ຕັ້ງສູນກາງການຄົ້ນຄ້ວາ ອິນເດຍ (ສະຖາບັນການເມືອງການປົກຄອງ ໂຮ່ຈິມີນ), ຢັ້ງຢືນວ່າ ຫວຽດນາມ ໄດ້ປະກອບສ່ວນຢ່າງມີຄວາມຮັບຜິດຊອບໃນບັນດາບັນຫາທົ່ວໂລກ. ໃນຍຸກໂລກລະບາດໂຄວິດ-19 ປັດຈຸບນ, ຫວຽດນາມ ບໍ່ພຽງແຕ່ແບ່ງປັນບົດຮຽນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເທົ່ານັ້ນຫາກຍັງສະໜັບສະໜູນ, ໜູນຊ່ວຍອຸປະກອນການແພດໃຫ້ຫຼາຍປະເທດອີກດ້ວຍ, ໃນນັ້ນມີ ອິນເດຍ ແລະ ປະເທດ ອາຊຽນ ຈຳນວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ