ອິນເດຍ-ຈີນ ເຫັນດີບັນດາມາດຕະການເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ

(VOVWORLD) -2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາການຜັນແປຢູ່ເຂດຊາຍແດນລວມ, ພິເສດແມ່ນສະພາບການຢູ່ທາງທິດຕາເວັນອອກ Ladakh.
ອິນເດຍ-ຈີນ ເຫັນດີບັນດາມາດຕະການເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ - ảnh 1(ພາບປະກອບ: AFP/TTXVN)

ກະຊວງການຕ່າງປະເທດອິນເດຍ ໃຫ້ຮູ້ວ່າ, ກອງປະຊຸມອອນລາຍຄັ້ງທີ 15 ຂອງກົນໄກປຶກສາຫາລື ແລະ ສົມທົບກັນກ່ຽວກັບບັນດາບັນຫາຊາຍແດນລະຫວ່າງອິນເດຍ- ຈີນ (WMCC) ຖືກດຳເນີນໃນວັນທີ 24 ມິຖຸນາ. ກອງປະຊຸມມີການເຂົ້າຮ່ວມຂອງຄະນະຜູ້ແທນ 2 ປະເທດໂດຍຫົວໜ້າກົມອາຊີຕາເວັນອກ (ກະຊວງການຕ່າງປະເທດອິນເດຍ) ແລະ ຫົວໜ້າກົມຊາຍແດນ ແລະ ມະຫາສະມຸດ (ກະຊວງການຕ່າງປະເທດຈີນ) ນຳໜ້າ.

        2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາການຜັນແປຢູ່ເຂດຊາຍແດນລວມ, ພິເສດແມ່ນສະພາບການຢູ່ທາງທິດຕາເວັນອອກ Ladakh. 2 ຝ່າຍໄດ້ເຫັນດີນຳກັນວ່າ ຄວນເຄົາລົບ ແລະ ປະຕິບັດຕາມເສັ້ນທາງຄວບຄຸມຕົວຈິງ (LAC) ຢ່າງເຄັ່ງຄັດ. 2 ຝ່າຍໄດ້ຢືນຢັນຄືນໃໝ່ທັດສະນະທີ່ວ່າ ຄວນມີຄວາມຈິງໃຈໃນການປະຕິບັດຄວາມຮັບຮູ້ລວມ ເຊິ່ງບັນດາຜູ້ບັນຊາການຂັ້ນສູງຂອງ 2 ຝ່າຍບັນລຸໄດ້ໃນວັນທີ 06 ມິຖຸນາ ກ່ຽວກັບການຖອນທະຫານ, ຫຼຸດຜ່ອນຄວາມເຄັ່ງຕຶງ. 2 ຝ່າຍໄດ້ເຫັນດີຮັບປະກັນສັນຕິພາບ ແລະ ສະຖຽນລະພາບຢູ່ເຂດຊາຍແດນ, ພ້ອມທັງພັດທະນາການພົວພັນໃຫ້ກວ້າງໃຫຍ່ກວ່າລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ