ອິນເດຍຖືເປັນສຳຄັນການພົວພັນຮ່ວມມືກັບຫວຽດນາມ

ອິນເດຍຖືເປັນສຳຄັນການພົວພັນຮ່ວມມືກັບຫວຽດນາມ - ảnh 1
ທ່ານ Pallab Sengupta ແລະ ທ່ານ​ນາງ ຫງວຽນ​ທິ​ຮ່​ວາງ​ເວີນ
(ພາບ: Anh Huyen)

(​vovworld) – ຕອນ​ເຊົ້າ​ວັນ​ທີ 3/11, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນ​ຮັບ​ທ່ານ Pallab Sengupta, ກຳ​ມະ​ການ​ກົມ​ການ​ເມືອງ, ຫົວ​ໜ້າ​ຄະ​ນະ​ສາ​ກົນ​ພັກ​ກອມ​ມູ​ນິດ ອິນ​ເດຍ, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ທົ່ວ ອິນ​ເດຍ, ພວມ​ມີ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ນາງ ຫງວຽນ​ທິ​ຮ່​ວາງ​ເວີນ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ຊີ້​ແຈ້ງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ - ອິນ​ເດຍ, ພິ​ເສດ​ແມ່ນ​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ຂອງ​ການ​ນຳ 2 ປະ​ເທດ​ໄລ​ຍະ​ມໍ່​ໆ​ມານີ້. ທ່ານ​ນາງ ຫງວຽນ​ທິ​ຮ່​ວາງ​ເວີນ, ສະ​ແດງ​ຄວາ​ມ​ເຊື່ອ​ໝັ້ນ​ວ່າການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ Pallab Sengupta ແລະ ຄະ​ນະ​ຜູ້​ແທນ​ຄັ້ງ​ນີ້​ຈະ​ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​​ສາຍ​ພົວ​ພັນ​ນັ້ນ​ກ່​ວາ​ອີກ.

        ທ່ານ Pallab Sengupta ໃຫ້​ຮູ້​ວ່າ: ການ​ຢ້ຽມ​ຢາມ​ ຫວຽດ​ນາມ ຂອງ​ຄະ​ນະ​​ຜູ້​ແທນ​ອິນ​ເດຍ ຄັ້ງ​ນີ້​ເພື່ອ​ແນ​ໃສ່​ແລກ​ປ່ຽນ​ແຜນ​ການ​ສົມ​ທົບ​ກັນ​ຈັດ​ຕັ້ງ​ງານ​ມະ​ໂຫລານ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ, ເຊິ່ງຈະ​ດຳ​ເນີນ​ໄປ​ຢູ່ ອິນ​ເດຍ ໃນ​ປີ 2015. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໄດ້​ຮັບ​ການ​ຈັດ​ຕັ້ງ​​ນັບແຕ່​ປີ 2007 ແລະ ຜັດ​ປ່ຽນ​ກັນ​ຈັດ​ຕັ້ງ 2 ປີ/ເທື່ອໜຶ່ງ​ ພັດ​ປ່ຽນ​ກັນ​ຢູ່​ແຕ່​ລະ​ປະ​ເທດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະ​ຫວ່າງ ປະ​ຊາ​ຊົນ 2 ປະ​ເທດ. ທ່ານ Pallab Sengupta ຢືນ​ຢັນ​ວ່າ: ອິນ​ເດຍ ຖື​ເປັນ​ສຳ​ຄັນ​ການ​ພົ​ວ​ພັນ​ຮ່ວມ​ມື​ກັບ ຫວຽດ​ນາມ ແລະ ​ໃຫ້ຄຳ​ໝັ້ນ​ສັນ​ຍາ​​ວ່າຈະ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​​ສາຍ​ພົວ​ພັນ​ລະ​ຫວ່າງປະ​ຊາ​ຊົນ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ສະ​ໜິດ​​ແໜ້ນ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ