ອິນໂດເນເຊຍ ກຽມພ້ອມ ໃຫ້ແກ່ກອງປະຊຸມປະຊາຄົມ ເສດຖະກິດ ອາຊຽນ
ການໂຄສະນາໃຫ້ແກ່ AEC ຢູ່ Bangkok, ປະເທດໄທ
(ພາບ: AFP/ສຳນັກຂ່າວສານ ຫວຽດນາມ)
(vovworld) - ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ນະຄອນຫຼວງ Bandar Seri Begawan, ປະເທດ ບຣູໄນ, ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 22, ທ່ານປະທານາທິບໍດີ ອິນໂດເນເຊຍ Susilo Bambang Yudhoyhono ຢືນຢັນວ່າ: ປະເທດນີ້ພ້ອມແລ້ວທີ່ຈະຕ້ອນຮັບປະຊາຄົມເສດຖະກິດ ອາຊຽນ (ຫຼື AEC) ໃນປີ 2015. ທ່ານປະທານາທິບໍດີ Yudhoyhono ໃຫ້ຮູ້ວ່າ: ທ່ານຈະສ້າງຕັ້ງຄະນະກຳມະການເພື່ອຮັບປະກັນໃຫ້ແກ່ການກຽມພ້ອມຂອງ ອິນໂດເນເຊຍ ໃຫ້ AEC ໃນປີ 2015. ທ່ານ Yudhoyhono ຊີ້ແຈງວ່າ: AEC ຈະປັບປຸງພື້ນຖານເສດຖະກິດໃນພາກພື້ນ, ຍ້ອນວ່າພື້ນຖານເສດຖະກິດເຊື່ອມໂຍງອາດຈະເພີ່ມລັກສະນະໝູນວຽນກະແສທຶນ, ແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນສິນຄ້າ ແລະ ການບໍລິການໃນພາກພື້ນ, ແລະ ອິນໂດເນເຊຍ ອາດຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງ ຈະຕະຫຼາດລວມຄືດັ່ງກ່າວເມື່ອເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດ ແລະ ມີປະຊາກອນຫຼາຍທີ່ສຸດໃນ ອາຊຽນ.