ອິນໂດເນເຊຍ ຮັດແໜ້ນສະພາບການ​ຄຸ​້ມ​ຄອງ​ຄວາມ​ໝັ້ນ​ຄົງສຳລັບເຫດການ ASIAD 2018

(VOVWORLD) - ບັນດາມາດຕະການປ້ອງກັນຄວາມສະຫງົບຈະໄດ້ຮັບການເພີ່ມທະວີ ຄືໄດ້ຜັນຂະຫຍາຍທົດລອງໃນຕະຫລອດການຝຶກຊ້ອມ.
ອິນໂດເນເຊຍ ຮັດແໜ້ນສະພາບການ​ຄຸ​້ມ​ຄອງ​ຄວາມ​ໝັ້ນ​ຄົງສຳລັບເຫດການ ASIAD 2018 - ảnh 1ອິນໂດເນເຊຍ ຮັດແໜ້ນສະພາບສຳລັບເຫດການ ASIAD 2018 (ພາບ: AFP/TTXVN )
 

ຄະນະຈັດຕັ້ງງານມະຫາກຳກິລາ ອາຊີ ຄັ້ງທີ 18 (INASGOC) ໃຫ້ຮູ້ວ່າ ຈະຈັດຕັ້ງ ເຂດປ້ອງກັນຄວາມໝັ້ນຄົງ 3 ເຂດໃນງານມະຫາກຳກິລາທີ່ຈະມາເຖິງ ເພື່ອສະກັດກັ້ນທຸກຄວາມສ່ຽງໃນການມ້າງເພທຳລາຍ ຫຼື ການກໍ່ການຮ້າຍ. ທ່ານປະທານ INASGOC Erick Thohir ໃຫ້ຮູ້ວ່າ: ບັນດາມາດຕະການປ້ອງກັນຄວາມສະຫງົບຈະໄດ້ຮັບການເພີ່ມທະວີ ຄືໄດ້ຜັນຂະຫຍາຍທົດລອງໃນຕະຫລອດການຝຶກຊ້ອມ. ເຂດປະສົມບັນດາປະເພດກິລາມີເນື້ອທີ່ກ້ວາງໃຫຍ່ ແລະ ປະຕູເຂົ້າອອກຫລາຍປະຕູ, ເຖິງແນວນັ້ນກໍ່ຕາມ ແຕ່ຈະເປີດພຽງແຕ່ປະຕູເຂົ້າອອກ 2 ປະຕູເທົ່ານັ້ນ, ພ້ອມທັງ ໄດ້ສ້າງ 3 ຂັ້ນ ເພື່ອຜ່ານການກວກກາຄວາມປອດໄພ . ຄວາມສະຫງົບປອດໄພຂອງ ASIAD 18 ຈະໄດ້ຮັບການເພີ່ມທະວີໃນພິທີໄຂ ແລະ ອັດ ໃນວັນທີ 18 ສິງຫາ ແລະວັນທີ 2 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ