ອິນໂດເນເຊຍ ເພີ່ມທະວີ ການປ້ອງກັນຄວາມສະຫງົບກ່ອນການເລືອກຕັ້ງ

ອິນໂດເນເຊຍ ເພີ່ມທະວີ ການປ້ອງກັນຄວາມສະຫງົບກ່ອນການເລືອກຕັ້ງ - ảnh 1
(ພາບປະກອບ)

(vovworld) - ​ເພື່ອຮັບປະກັນ​​ຄວາມ​ສະຫງົບ​​ປອດ​ໄພໃຫ້​​ແກ່​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ ​ໃນ​ວັນ​ທີ 09/04 ຈະ​ມາ​ເຖິງ. ອິນ​ໂດ​ເນ​ເຊຍ​ ​ໄດ້​ແຈ້ງວ່າ ຈະ​ອັດ​ປະຕູ​​ເຂດ​ຊາຍ​ແດນ​ກັບປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ​ແມ່ນ Papua New Guinea. ​ເຈົ້າ​ໜ້າ​ທີ່​ຜູ້​ຮັບ​ຜິດ​ຊອບ​ຫ້ອງການ​ຊາຍ​ແດນ​ອິນ​ໂດ​ເນ​ເຊຍ - Papua New Guinea ທ່ານ​ນາງ Susanna Wanggai ​ໃຫ້​ຮູ້​ວ່າ, ​ເຂດ​ຊາຍ​ແດນ​ຈະ​ອັດ​ປະຕູ​ຈົດ​ເຖິງ​ວັນ​ທີ 12/04 ​ແລະ ອິນ​ໂດ​ເນ​ເຊຍ ​ໄດ້​ແຈ້ງ​ຂໍ້​ຕົກລົງ​ດັ່ງກ່າວ​ກັບ​ລັດຖະບານ Papua New Guinea ​ແລ້ວ. ​ເລື່ອງອັດ​ປະຕູ​ເຂດ​ຊາຍ​ແດນ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ບັນດາ​ບັນ​ຫາ​ຂາດ​ຄວາມ​ສະຖຽນ​ລະ​ພາບ ​ແລະ ກໍ່​ການ​ຮ້າຍ ທີ່​ກ່ຽວຂ້ອງ​ເຖິງພາກສ່ວນ​ແຍກ​ຕົວ​ອອກ ອິນ​ໂດ​ເນ​ເຊຍ. ​ໃນ​ຂະນະ​ນັ້ນ, ພົນລະ​ເມືອງ​ອິນ​ໂດ​ເນ​ເຊຍ ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ເລີ່​ມປະຕິບັດ​ສິດ ​ແລະ ພັນທະ​ພົນລະ​ເມືອງ​ຂອງ​ຕົນ. ວັນ​ທີ 06/04, ການ​ເລືອກ​ຕັ້ງ​ໄດ​້ຈັດ​ຂຶ້ນ​ຢູ່ວົງ​ຄະນະ​ຍາດ​ຊາວ​ອິນ​ໂດ​ເນ​ເຊຍ ໃນ​ທົ່ວ​ປະ​ເທດ​ອາ​ເມ​ລິ​ກາ. ​ແລະ ກໍ່​ໃນ​ວັນ​ດຽວ​ກັນ, ພົນລະ​ເມືອງ​ອິນ​​ໂດ​ເນ​ເຊຍ ອາ​ໄສ​ຢູ່​ມາ​ເລ​ເຊຍ ກໍ່​​ໄດ້ໄປ​ປ່ອນ​ບັດ​ໂດຍ​ກົງ ​ຫຼື ຜ່ານ​​ໄປ​ສະ​ນີ.

ຂ່າວ/ບົດ​ອື່ນ