ອິນໂດເນເຊຍກ່າວເຕືອນກ່ຳປ່ັນຕ່າງປະເທດຫາປາຢ່າງຜິດກົດໝາຍ

ອິນໂດເນເຊຍກ່າວເຕືອນກ່ຳປ່ັນຕ່າງປະເທດຫາປາຢ່າງຜິດກົດໝາຍ - ảnh 1
(ພາບປະກອບ : AFP/TTXVN)

(vovworld) - ວັນ​ທີ 29/06 ລັດຖະບານ ອິນ​ໂດ​ເນ​ເຊຍ ​ໄດ້​ຍົກ​ອອກ​ຄຳ​ກ່າວ​ເຕືອນ​ສຳລັບ​ບັນດາ​ກ່ຳ​ປັ່ນ​ຕ່າງປະ​ເທດ​ມີ​ເຈດ​ຕະນາ​ແຊກ​ຊຶມ​ເຂົ້າ​ເຂດ​ນ່ານທະ​ເລ​ປະ​ເທດ​ນີ້ ​ເພື່ອ​ຫາ​ປາຢ່າງຜິດ​ກົດໝາຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຄະນະ​ລັດຖະບານ, ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo ​ເນັ້ນ​ໜັກ​ວ່າ ຈະ​ນຳ​ໃຊ້​ບັນດາ​ການ​ກະທຳ​ແຂງ​ກະດ້າງ​ສຳລັບ​ບັນດາ​ເປົ້າ​ໝາຍ​ລວງລ້ຳເຂດ​ນ່ານທະ​ເລ​ປະ​ເທດ​ນີ້. ທ່ານ Widodo ກໍ່​​ປະກາດ Jakarta ​ໄດ້​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ຕໍ່​ບັນດາ​ກໍລະນີລະ​ເມີ​ດບົນ​ທະ​ເລ, ​ໃນ​ນັ້ນ ມີ​ເລື່ອງສ້າງຕັ້ງກຳລັງ​ຮັບ​ໜ້າ​ທີ່​ພິ​ເສດ (Satgas 115) ​ເພື່ອ​ຮັບ​ມື​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ລະ​ເມີດ ກໍ່​ຄື​ແກ້​ໄຂ​ບາງ​ຈຸດ​ອ່ອນ​ໃນ​ຄວາມ​ມານະ​ພະຍາຍາມ​ຕ້ານ​ການ​ກະທຳ​ແຊກ​ຊຶມ​ຂອງ​ກ່ຳ​ປັ່ນ​ຕ່າງປະ​ເທດ​ໃນ​ໄລຍະ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ