ອິນໂດເນເຊຍຈັດຕັ້ງການມອບສົ່ງຊາວປະມົງຫວຽດນາມຄັ້ງໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ

ອິນໂດເນເຊຍຈັດຕັ້ງການມອບສົ່ງຊາວປະມົງຫວຽດນາມຄັ້ງໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ
 ປະ​ຈ​ຳ​ອິນ​ໂດ​ເນ​ເຊຍ ຮ່​ວາງ​ແອງ​ຕ໋ວນ
(ພາບ: vietnamplus.vn)

(vovworld) - ວັນ​ທີ 13/09, ຢູ່​ທ່າກ​່ຳ​ປ​ັນ​ Pelabuhan Teluk Lampa, Natuna ຂອງ​ອິນ​ໂດ​ເນ​ເຊຍ ໄດ້​ດຳ​ເນີນ​ພິ​ທີ​ມອບ​ສົ່ງ​ຊາວ​ປະ​ມົງ​ຫວຽດ​ນາມ 228 ຄົນ. ນີ້​ແມ່ນ​ການມອບ​ສົ່ງ​ຊາວ​ປະ​ມົງ​ດ້ວຍ​ຈຳ​ນວນ​ຫຼາຍ​ທ​ີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ແລະ ເປັນ​ຄັ້ງ​ທຳ​ອິດ​ທີ່ 2 ປະ​ເທດ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ປະ​ຕິ​ບັດ​ຮູບ​​ການມອບ​ສົ່ງ​ຊາວ​ປະ​ມົງ​ບົນ​ທະ​ເລ. ທ່ານ​ເລ​ຂ​າທິ​ການ​ໃຫຍ່​ກະ​ຊວງ​ເດີນ​ທະ​ເລ ແລະ ອາ​ຊີບ​ການ​ປະ​ມົງ​ອິນ​ໂດ​ເນ​ເຊຍ Sjarief Widjaja ໃຫ້​ຮູ້​ວ່າ, ປະ​ເທດນີ້​ເຂົ້າ​ໃຈ​ສິດ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ຊາວ​ປະ​ມົງ ແລະ ກໍ່​ພະ​ຍາ​ຍາມ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ດັ່ງ​ກ່າວ.

        ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈ​ຳ​ອິນ​ໂດ​ເນ​ເຊຍ ຮ່​ວາງ​ແອງ​ຕ໋ວນ ໄດ້​ໄປຢື້​ຢາມ​ຖາມ​ຂ່າ​ວ​ບັນ​ດາ​ຊາວ​ປະ​ມົງ ແລະ ຂອບ​ໃຈ​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ ໄດ້​ມີ​ການ​​ປະ​ພຶດ​ໂດຍ​ມະ​ນຸດສະ​ທຳ​ກັບ​ບັນ​ດາ​ຊາວ​ປະ​ມົງ​ຫວຽດ​ນາມ ທີ່ຖືກ​ຈັບ​ຕ​ົວ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ອື່ນ, ໂ​ດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ສິນ​ໃນ​ນ້ຳ, ການຄຸ້ມ​ຄອງ​ທະ​ເລ.

ຂ່າວ/ບົດ​ອື່ນ