ອີ​ຢູ ສະ​ເໜີ​ບ້ວງ​ເງິນຈຳ​ນວນ​ 15 ຕື້ ເອີ​ໂຣ ​ໜູນຊ່ວຍ​ບັນ​ດາ​ປະ​ເທດ​ທຸກ​ຍາກ​ໃນ​ການ​ປ​້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 07 ເມສາ, ສະຫະພາບເອີຣົບ (ອີຢູ) ໄດ້ສະເໜີບ້ວງເງິນຈຳນວນ 15 ຕື້ ເອີໂຣ ເຊິ່ງເທົ່າກັບ 16,4 ຕື້ USD ເພື່ອຊ່ວຍບັນດາປະເທດທຸກຍາກໃນໂລກ ປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.
ອີ​ຢູ ສະ​ເໜີ​ບ້ວງ​ເງິນຈຳ​ນວນ​ 15 ຕື້ ເອີ​ໂຣ ​ໜູນຊ່ວຍ​ບັນ​ດາ​ປະ​ເທດ​ທຸກ​ຍາກ​ໃນ​ການ​ປ​້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ເດັກນ້ອຍໃສ່ຜ້າອັດປາກເພື່ອປ້ອງກັນການຕິດໂລກລະບາດໂຄວິດ - 19 ຢູ່ Damacus, ຊີຣີ (ພາບ: THX/TTXVN)

ກໍໃນວັນດຽວກັນ, ທ່ານ Mario Centeno ປະທານກຸ່ມລັດຖະມົນຕີກະຊວງການເງິນບັນດາປະເທດນຳໃຊ້ສະກຸນເງິນ ເອີໂຣ (Eurozone) ໄດ້ຮຽກຮ້ອງໃຫ້ຜັນຂະຫຍາຍແຜນການໜູນຊ່ວຍຂະໜາດໃຫຍ່ໃນສະພາບການທີ່ບັນດາປະເທດສະມາຊິກຍັງມີການໂຕ້ຖຽງກັນກ່ຽວກັບບັນດາມາດຕະການຈຳເປັນເພື່ອຟື້ນຟູພື້ນຖານເສດຖະກິດທີ່ພວມຕົກເຂົ້າສູ່ສະພາບ “ຊຸດໂຊມ”. ເຖິງຢ່າງໃດກໍຕາມ, ບັນຫາດັ່ງກ່າວ ຍັງກໍ່ໃຫ້ເກີດການໂຕ້ຖຽງກັນລະຫວ່າງບັນດາປະເທດສະມາຊິກ ເມື່ອ ອີຕາລີ ແລະ ແອັດສະປາຍ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ອີຢູທັງໝົດ ລະດົມຈຳນວນເງິນນັບສິບຕື້ເອີໂຣ ເພື່ອໜູນຊ່ວຍແຜນການຟື້ນຟູ “ຢ່າງມະຫາສານ” ຂອງເຂົາເຈົ້າ. ສ່ວນ ເຢຍລະມັນ ແລະ ໂຮນລັງ  ພັດສະເໜີໃຫ້ນຳໃຊ້ກອງທຶນໜູນຊ່ວຍທີ່ມີຢູ່ໃນປັດຈຸບັນຂອງ Eurozone ຫຼື ຍັງເອີ້ນວ່າ ກົນໄກສ້າງສະຖຽນລະພາບຢູ່ເອີຣົບ (ESM) ແລະ ສະໜອງບ້ວງເງິນກູ້ຢືມໃຫ້ບັນດາວິສາຫະກິດໜ້ອຍກວ່າ ຜ່ານທະນາຄານລົງທຶນເອີຣົບ.

ຕອບກັບ

ຂ່າວ/ບົດ​ອື່ນ