ອີ​ຢິບ, ກາ​ຕາ ແລະ ອາ​ເມ​ລິ​ກາ ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ຮອບ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່ ກາ​ຊ​າ

(VOVWORLD) - ວັນທີ 16 ສິງຫາ, ອີຢິບ ແລະ ກາຕາ ແລະ ອາເມລິກາ ໄດ້ອອກຖະແຫຼງການຮ່ວມ, ພາຍຫຼັງດຳເນີນການເຈລະຈາກ່ຽວກັບການຢຸດຍິງຢູ່ເຂດ ກາຊາ ແລະ ປ່ອຍຕົວປະກັນ ເປັນເວລາ 2 ວັນຢູ່ນະຄອນຫຼວງ Doha, ກາຕາ.

ຕາມຖະແຫຼງການຂອງ 3 ປະເທດເປັນກາງໄກເກ່ຍ ອີຢິບ, ກາຕາ ແລະ ອາເມລິກາ, ໃບສະເໜີກ່ຽວກັບເລື່ອງຮັດແຄບໄລຍະຫ່າງລະຫວ່າງ ອິດສະຣາແອັນ ແລະ ຮາມາດສ, ສອດຄ່ອງກັບບັນດາຫຼັກການໂດຍທ່ານປະທານາທິບໍດີ Joe Biden ອອກໃນວັນທີ 31 ພຶດສະພາ ແລະ ມະຕິເລກທີ 2735 ຂອງສະພາຄວາມໝັ້ນຄົງ  ສປຊ, ໄດ້ແຈ້ງເຖິງ 2 ຝ່າຍ. ບັນດາປະເທດເປັນກາງໄກເກ່ຍ ຈະສືບຕໍ່ເຮັດວຽກໃນຊຸມວັນຕໍ່ໄປ, ກ່ຽວກັບບັນດາເນື້ອໃນລາຍລະອຽດ ເພື່ອປະຕິບັດ, ລວມທັງການສັບຊ້ອນບັນດາແງ່ມູມມະນຸດສະທຳຮອບດ້ານຂອງຂໍ້ຕົກລົງ ກັບບັນຫາອື່ນໆທີ່ກ່ຽວຂ້ອງເຖິງຕົວປະກັນ ແລະ ຜູ້ຖືກກັກຂັງ. ຖະແຫຼງການຮ່ວມກໍໃຫ້ຮູ້ວ່າ, ບັນດາເຈົ້າໜ້າທີ່ຂັ້ນສູງຂອງ 3 ປະເທດ ຈະພົບປະກັນຢູ່ນະຄອນຫຼວງ Cairo ຂອງ ອີຢິບ ໃນອາທິດໜ້າ, ໃນການເຈລະຈາຮອບໃໝ່, ດ້ວຍຄວາມຫວັງບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນດາມາດຕາ ທີ່ໄດ້ແຈ້ງເຖິງ ອິດສະຣາແອັນ ແລະ ຮາມາດສ. ຖະແຫຼງການຮ່ວມລະຫວ່າງ 3 ປະເທດ ໄດ້ຢືນຢັນວ່າ, ປັດຈຸບັນໄດ້ເປີດ “ເສັ້ນທາງ” ເພື່ອກູ້ເອົາຊີວິດຂອງປະຊາຊົນ ແລະ ສະໜອງການຊ່ວຍເຫຼືອເຂົ້າເຂດ ກາຊາ ແລະ ຫຼຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນແລ້ວ.

ນັກຂ່າວ VOV ປະຈຳ ອາເມລິກາ ແລະ ອີຢິບ


ຕອບກັບ

ຂ່າວ/ບົດ​ອື່ນ